ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມິຖຸນານີ້ວ່າ: ທະນາຄານກາງເອີຣົບ (ອີຊີບີ) ປະກາດຮັກສາວົງເງິນໃນໂຄງການຊື້ພັນທະບັດ ຕາມມາດຕະການຫຼຸດຜ່ອນດ້ານປະລິມານ (ຄິວອີ) ທີ່ລະດັບ 3 ໝື່ນລ້ານເອີໂຣຕໍ່ເດືອນ ຈົນເຖິງເດືອນກັນຍາ ແຕ່ຈະເລີ່ມປັບຫຼຸດວົງເງິນຄິວອີ ສູ່ລະດັບ 1,5 ໝື່ນລ້ານເອີໂຣ ໃນເດືອນຕຸລາ-ເດືອນທັນວາ ແລະ ຈະຢຸດມາດຕະການຄິວອີ ໃນທ້າຍເດືອນທັນວາ.

ທ່ານ ມາຣິໂອ ດຣາກີ ປະທານອີຊີບີ ກ່າວວ່າ: ການຟື້ນຕົວຂອງເສດຖະກິດເອີໂຣໂຊນ ກຳລັງປະເຊີນກັບອຸປະສັກໃນໄລຍະນີ້ ລວມທັງແຮງກົດດັນຈາກປັດໄຈລະດັບໂລກ ເຊິ່ງລວມເຖິງການໃຊ້ມາດຕະການກີດກັນທາງການຄ້າທີ່ສົ່ງຜົນກະທົບຫຼາຍຂຶ້ນຕໍ່ເສດຖະກິດ ແຕ່ກໍຍັງຢືນຢັນວ່າ ການຂະຫຍາຍຕົວຂອງເສດຖະກິດຍັງຄົງມີຄວາມແຂງແກ່ນ.

ເຖິງແມ່ນວ່າ ອີຊີບີ ປັບຫຼຸດຕົວເລກຄາດການ ການຂະຫຍາຍຕົວຂອງເອີໂຣໂຊນໃນປີນີ້ ແຕ່ກໍຢ້ຳວ່າ ອີຊີບີ ຍັງຮັກສາຕົວເລກຄາດການ ການຂະຫຍາຍຕົວໃນປີ 2019 ແລະ 2020 ພ້ອມທັງກ່າວເສີມວ່າ ຕົວເລກຄາດການອັດຕາເງິນເຟີ້ໃນໄລຍະຍາວ ຍັງຄົງສອດຄ້ອງກັບເປົ້າໝາຍຂອງອີຊີບີ ທີ່ລະດັບໃກ້ 2%.

ທັ້ງນີ້, ອີຊີບີ ປະກາດປັບຫຼຸດຕົວເລກຄາດການ ການຂະຫຍາຍຕົວຂອງເສດຖະກິດເອີໂຣໂຊນ ໃນປີນີ້ ສູ່ລະດັບ 2,1% ຈາກເດີມທີ່ລະດັບ 2,4% ພ້ອມທັງປັບເພີ່ມຕົວເລກຄາດການເງິນເຟີ້ຂອງເອີໂຣໂຊນ ໃນປີນີ້ ສູ່ລະດັບ 1,7% ຈາກເດີມທີ່ລະດັບ 1,4% ໂດຍລະບຸເຖິງລາຄານ້ຳມັນທີ່ເພີ່ມຕົວຂຶ້ນ.

ອີຊີບີ ຈັດກອງປະຊຸມນະໂຍບາຍການເງິນ ໂດຍກອງປະຊຸມມີມະຕິຮັກສາອັດຕາດອກເບ້ຍນະໂຍບາຍ ເຊິ່ງເປັນອັດຕາດອກເບ້ຍຣີໄຟແນນ ທີ່ລະດັບ 0% ເຊິ່ງເປັນລະດັບຕ່ຳສຸດເປັນປະຫວັດສາດ ພ້ອມກັບຮັກສາອັດຕາດອກເບ້ຍເງິນຝາກ ທີ່ທະນາຄານການຄ້າ ຝາກໄວ້ກັບ ອີຊີບີ ທີ່ລະດັບ -0,40% ແລະ ຮັກສາອັດຕາດອກເບ້ຍເງິນກູ້ ທີ່ລະດັບ 0,25%; ພ້ອມລະບຸອີກວ່າ: ຈະຍັງຮັກສາອັດຕາດອກເບ້ຍຕໍ່ໄປ ຢ່າງໜ້ອຍຈົນເຖິງໄລຍະລະດູຮ້ອນປີໜ້າ.