ການຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງ ປກສ ບ້ານ ທີ່ຂຶ້ນກັບກຸ່ມບ້ານທ້ຽວ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ສຳເລັດໃນວັນທີ 15 ມິຖຸນາ 2018 ພາຍຫຼັງທີ່ດໍາເນີນເປັນເວລາ 2 ວັນ (ແຕ່ວັນທີ 13-14) ເປັນປະທານໂດຍ ພັທ ແອ ພິມມະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ; ໂດຍມີ ທ່ານ ວົງເພັດ ເສັດຈຽມແສງ ເຈົ້າເມືອງໆວຽງພູຄາ ທັງເປັນປະທານ ປກຊ-ປກສ ຂັ້ນເມືອງ, ມີຫົວໜ້າພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານ ປກສ ກຸ່ມບ້ານ, ນາຍບ້ານ, ມີກຳລັງ ປກສ ບ້ານ ທົ່ວກຸ່ມເຂົ້າຮ່ວມ 71 ສະຫາຍ ຍິງ 3 ສະຫາຍ.

ຮອ ຈັນລໍ ລໍຈັນແກ້ວ ຮອງຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຊຸດຝຶກອົບຮົມໃຫ້ ປກສ ບ້ານ ທີ່ຂຶ້ນກັບກຸ່ມບ້ານທ້ຽວ; ເອກະສານທີ່ນຳມາຝຶກອົບຮົມປະກອບມີ: ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ປກສ ກຸ່ມບ້ານ ແລະ ປກສ ບ້ານ ສະບັບເລກທີ 513, 514/ປກສ; ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນສຳມະໂນຄົວໃຫ້ຄົນລາວ ແລະ ຊາວຕ່າງດ້າວ, ຂໍ້ຕົກລົງວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ເອກະສານອື່ນໆທີ່ພົວພັນເຖິງວຽກງານກໍ່ສ້າງຮາກຖານການເມືອງຢູ່ຂັ້ນບ້ານ; ເອກະສານຄວາມຮຽກຮ້ອງຕ້ອງການຂອງວຽກງານ ປກຊ-ປກສ ຢູ່ຂັ້ນຮາກຖານແມ່ນສຳຄັນ ເນື່ອງຈາກວ່າ ປກສ ກຸ່ມບ້ານທ້ຽວ ແມ່ນກຸ່ມໜຶ່ງທີ່ຢູ່ເທດສະບານ ເມືອງວຽງພູຄາ ປະກອບມີ 11 ບ້ານຂຶ້ນກັບ ມີ 1.503 ຫຼັງຄາເຮືອນ, ມີ 1.679 ຄອບຄົວ, ມີພົນລະເມືອງ 7.359 ຄົນ, ຍິງ 3.788 ຄົນ; ໃນນັ້ນ, ອາຍຸ 15 ຂຶ້ນໄປມີ 5.128 ຄົນ ຍິງ 2.886 ຄົນ; ແບ່ງອອກເປັນ 90 ໜ່ວຍ, ມີ ປກສ ບ້ານທັງໝົດ 79 ສະຫາຍ ຍິງ 3 ສະຫາຍ. ຜ່ານການຝຶກອົບຮົມຄັ້ງນີ້, ບັນດາກຳລັງ ປກສ ບ້ານ ແມ່ນມີຄວາມຮັບຮູ້ຕໍ່ວຽກງານທີ່ນຳມາຝຶກປະມານ 85%.

ຕອນທ້າຍ, ທ່ານ ວົງເພັດ ເສັດຈຽມແສງ ໄດ້ສະແດງຄຳຊົມເຊີຍຕໍ່ຜົນສຳເລັດໃນການຈັດຊຸດຝຶກອົບຮົມໃນຄັ້ງນີ້ ພ້ອມທັງເນັ້ນກຳລັງ ປກສ ເມືອງ ແລະ ປກສ ບ້ານ ສືບຕໍ່ຫັນເອົາວຽກງານ ປກຊ-ປກສ ລົງສູ່ຮາກຖານໃຫ້ເປັນປົກກະຕິ, ປຸກລະດົມໃຫ້ພໍ່-ແມ່ປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ.