ໂຮງຮຽນທິດສະດີການເມືອງ ປກສ ໄດ້ຈັດພິທີປ້ອງກັນບົດຈົບຊັ້ນສູງ ໃຫ້ນັກສຶກສາທິດສະດີການເມືອງ ປກສ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ X ໃນວັນທີ 15 ມິຖຸນາ 2018 ເພື່ອໃຫ້ຄູ-ອາຈານ, ຄະນະກໍາມະການປະກອບຄໍາຄິດເຫັນໃສ່ແຕ່ລະບົດໃຫ້ມີຄວາມຖືກຕ້ອງກັບຫຼັກການ, ໂດຍມີ ພັທ ຊາຍຄອງ ເພັດຊະວົງ ຮັກສາການຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງ ປກສ ພ້ອມດ້ວຍຄະນະອຳນວຍການ, ອາຈານທີ່ປຶກສາ, ຄະນະກໍາມະການ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ຊາຍຄອງ ເພັດຊະວົງ ກ່າວວ່າ: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ X ມີທັງໝົດ 55 ສະຫາຍ ຍິງ 7 ສະຫາຍ ແມ່ນໄດ້ເລີ່ມການຮຽນ ແຕ່ວັນທີ 15 ມັງກອນ 2018 ເປັນຕົ້ນມາ, ທີ່ມາຈາກກົມກອງອ້ອມຂ້າງກະຊວງ, ນະຄອນຫຼວງ ແລະ ບັນດາ ປກສ ແຂວງ, ປະກອບມີ 5 ວິຊາຮຽນ ຄື: ສາຍປັດຊະຍາ, ສາຍເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ສາຍກໍ່ສ້າງພັກ ແລະ ສາຍການປົກຄອງ; ເຊິ່ງບົດທີ່ນັກສຶກສານຳມາປ້ອງກັນໃນຄັ້ງນີ້ ມີທັງໝົດ 55 ບົດ (ປ້ອງກັນຄົນລະຫົວຂໍ້) ເພື່ອໃຫ້ບັນດາຄູ-ອາຈານ, ຄະນະກໍາມະການປະກອບຄໍາຄິດເຫັນໃສ່ແຕ່ລະບົດໃຫ້ມີຄວາມຖືກຕ້ອງກັບຫຼັກການຂຽນບົດ ແລະ ມີລັກສະນະວິທະຍາສາດ ພ້ອມທັງແນະນໍາລົງເລິກ ກ່ຽວກັບການໝູນໃຊ້ທິດສະດີ ເຂົ້າໃນການຂຽນບົດໃຫ້ມີເນື້ອໃນຄົບຖ້ວນສົມບູນ.

ຫຼັກສູດການຮຽນ-ການສອນ ຂອງນັກສຶກສາລະບົບເລັ່ງລັດ 5 ເດືອນ ຮຸ່ນທີ X ແມ່ນພະນັກງານຂັ້ນນຳພາ-ບັນຊາ, ພະນັກງານຫຼັກແຫຼ່ງຂອງກຳລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ ທີ່ມາຄົ້ນຄວ້າສຶກສາທາງດ້ານທິດສະດີການເມືອງ ເພື່ອໃຫ້ມີຄວາມເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.