ໃນວັນທີ 16-17 ມິຖຸນາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ ຫົວເຫວີຍ ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ຫົວເຫວີຍ, ນະຄອນເສີນເຈີນ, ແຂວງກວາງຕຸງ ສປ ຈີນ ໂດຍໃຫ້ກຽດຕ້ອນຮັບຄະນະຢ່າງອົບອຸ່ນຈາກ ທ່ານ ສຽວ ຫານ (Xiao Han) ຮອງປະທານບໍລິສັດ ຫົວເຫວີຍ ພ້ອມດ້ວຍພະນັກງານພາຍໃນບໍລິສັດດັ່ງກ່າວ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວ ແລະ ປະຫວັດຄວາມເປັນມາຂອງບໍລິສັດ ວ່າ: ບໍລິສັດ ຫົວເຫວີຍ ເປັນບໍລິສັດທີ່ຜະລິດອຸປະກອນເຄືອຂ່າຍໄອທີ ແລະ ອຸປະກອນຄົມມະນາຄົມຊັ້ນນຳຂອງໂລກ, ມີສໍານັກງານໃຫຍ່ຕັ້ງຢູ່ເມືອງເສີນເຈີນ ສປ ຈີນ, ເປັນບໍລິສັດເອກະຊົນ 100%, ມີ 12 ສໍານັກງານໃຫຍ່ລະດັບພາກພື້ນ, 14 ສູນຄົ້ນຄວ້າ ເເລະ ພັດທະນາ, 36 ສູນນະວັດຕະກໍາ ແລະ 45 ສູນຝຶກອົບຮົມ ໃນທົ່ວໂລກ, ມີພະນັກງານຫຼາຍກວ່າ 180.000 ຄົນ ໃນທົ່ວໂລກ ແລະ 70% ເປັນພະນັກງານທ້ອງຖິ່ນ; ບໍລິສັດ ຫົວເຫວີຍ ໄດ້ສະໜອງການບໍລິການດ້ານເຄືອຂ່າຍ ແລະ ອຸປະກອນຄົມມະນາຄົມ ໃຫ້ຫຼາຍກວ່າ 170 ປະເທດໃນທົ່ວໂລກ, ບໍລິການໃຫ້ປະຊາກອນຫຼາຍກວ່າໜຶ່ງສ່ວນສາມຂອງໂລກ, ໃນປີ 2013 ບໍລິສັດ ຫົວເຫວີຍ ໄດ້ກາຍເປັນບໍລິສັດອັນດັບ 1 ທາງດ້ານ ICT ຂອງໂລກ ແລະ ໃນປີ 2017 ນີ້ ບໍລິສັດ ຫົວເຫວີຍ ເປັນບໍລິສັດທີ່ແຂງແກ່ນອັນດັບທີ 83 ໃນ 500 ບໍລິສັດໃນທົ່ວໂລກ (Fortune 500) ແລະ ມີລາຍຮັບທັງໝົດ 92,5 ຕື້ໂດລາສະຫະລັດ.

ສໍາລັບການຮ່ວມມື ແລະ ການລົງທຶນຢູ່ ສປປ ລາວ, ບໍລິສັດ ຫົວເຫວີຍ ໄດ້ເຂົ້າສູ່ຕະຫຼາດທາງດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ປີ 1998 ແລະ ກໍ່ຕັ້ງສໍານັກງານ ປີ 2008; ປັດຈຸບັນມີພະນັກງານທັງໝົດ 200 ຄົນ ແລະ 70% ແມ່ນຄົນລາວ; ພ້ອມດຽວກັນນີ້, ໄດ້ມີການຝຶກອົບຮົມໃຫ້ພະນັກງານລາວຫຼາຍກວ່າ 2.000 ຄົນ, ເຊິ່ງສ້າງເງື່ອນໄຂ ແລະ ໂອກາດໃນການຮຽນຮູ້ດ້ານໂທລະຄົມການສື່ສານ; ນອກຈາກນີ້, ຍັງມີໂຄງການຮ່ວມມືກັບບັນດາຂະແໜງການພາກລັດຂອງ ສປປ ລາວ ເປັນຕົ້ນ: ກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດແຫ່ງຊາດ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ ສານ, ຂະແໜງໄຟຟ້າ ແລະ ພາກສ່ວນອື່ນໆຕື່ມອີກ; ສ່ວນໂຄງການຮ່ວມມືດ້ານໂທລະຄົມມະນາຄົມ ບໍລິສັດ ຫົວເຫວີຍ ແມ່ນຜູ້ທຳອິດທີ່ສ້າງເຄືອຂ່າຍ 3G WCDMA ແລະ ເຄື່ອຂ່າຍ 4G LTE ໃນປະເທດລາວ ປີ 2008 ແລະ 2013 ພ້ອມທັງເປັນຄູ່ຮ່ວມມືທີ່ສໍາຄັນໃນການສະໜອງເຄື່ອງອຸປະກອນດ້ານໂທລະຄົມມະນາຄົມ ໃຫ້ບໍລິສັດໂທລະຄົມຂອງ ສປປ ລາວ ຄື: ລາວໂທລະຄົມ, ອີທີແອວ, ຢູນິເທວ (LTC, ETL, Unitel); ໃນປະຈຸບັນ, ບໍລິສັດ ຫົວເຫວີຍ ມີຕົວແທນຈຳໜ່າຍໂທລະສັບ ຈໍານວນ 11 ຮ້ານ, ແລະ ຮ້ານຈຳໜ່າຍຍ່ອຍໃນຂອບເຂດທົ່ວປະເທດຈໍານວນ 500 ຮ້ານ; ນອກຈາກຜົນງານທີ່ກ່າວມານັ້ນ, ສິ່ງສໍາຄັນ ບໍລິສັດ ຍັງໄດ້ຊ່ວຍເຫຼືອເຄື່ອງອຸປະກອນໄອທີ, ງົບປະມານເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ.

ໂອກາດດັ່ງກ່າວນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈມາຍັງຄະນະປະທານບໍລິສັດ ພ້ອມດ້ວຍພະນັກງານທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກໃນການເດີນທາງມາເຮັດວຽກຄັ້ງນີ້, ຖືໂອກາດນີ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບໍລິສັດທີ່ຍາດມາໄດ້ໃນໄລຍະຜ່ານມາ ເຮັດໃຫ້ຊື່ສຽງ ແລະ ຜະລິດຕະພັນຂອງຫົວເຫວີຍ ມີການພັດທະນາກ້າວໜ້າ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ ເຊິ່ງເປັນທີ່ຍອມຮັບຂອງຜູ້ນໍາໃຊ້ ກໍຄືສັງຄົມໃນທົ່ວໂລກ, ສໍາລັບການຮ່ວມມືກັບ ສປປ ລາວ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ ບໍລິສັດ ຫົວເຫວີຍ ສືບຕໍ່ປະສານງານກັບພາກສ່ວນກ່ຽວຂ້ອງຂອງລາວຢ່າງລະອຽດ ເພື່ອເຮັດແນວໃດເວລາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ມີການຄຸ້ມຄອງນໍາໃຊ້ໃຫ້ຍາວນານ; ສິ່ງສໍາຄັນແມ່ນເອົາໃຈໃສ່ຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ ດ້ານໄອຊີທີຢູ່ລາວໃຫ້ຫຼາຍຂຶ້ນ ແລະ ຫວັງວ່າໃນອະນາຄົດ ບໍລິສັດ ຫົວເຫວີຍ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງຂອງລາວຕື່ມອີກ; ໃນໂອກາດທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ 2018 ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນຄະນະນໍາ ແລະ ພະນັກງານຂອງບໍລິສັດໄປຢ້ຽມຢາມ ແລະ ທ່ອງທ່ຽວລາວ ເພື່ອເປັນການສຶກສາຂໍ້ມູນການລົງທຶນ ແລະ ສຶກສາປະເພນີ, ວັດທະນະທໍາອັນດີງາມຂອງ ສປປ ລາວ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມສູນຄວບຄຸມ ແລະ ສູນບັນຊາການຕໍາຫຼວດເມືອງຫຼົງກາງ ແລະ ສູນປ້ອງກັນເຄືອຂ່າຍດ້ານອິນເຕີເນັດຂອງ ບໍລິສັດ ຫົວເຫວີຍ ຕື່ມອີກ.