ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງຫ້ອງສັນຕິບານ ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ ປີ 2018 ເປັນປະທານໂດຍ ພັຕ ນາງ ວົງສົດ ພົມມະນີຈັນ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງສັນຕິບານ , ມີ ພັທ ຄຳແຫ່ງ ສີຫາຈັກ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ພ້ອມດ້ວຍຄະນະໜ່ວຍສະຫະພັນແມ່ຍິງ-ຊາວ ໜຸ່ມຫ້ອງສັນຕິບານ ແລະ ສະມາຊິກແມ່ຍິງພາຍໃນຫ້ອງເຂົ້າຮ່ວມ.

ພັຕ ນາງ ຄຳໄພ ກິ່ງມະນີ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງສັນຕິບານ ໄດ້ຜ່ານຮ່າງບົດລາຍງານການ ເມືອງທັງສອງພາກ ໄດ້ຍົກໃຫ້ ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການປະຕິ ບັດໜ້າທີ່ວຽກງານຜ່ານມາ ເພື່ອຈະພ້ອມກັນຊອກຫາວິທີປັບປຸງແກ້ໄຂ ແລະ ສົ່ງເສີມດ້ານດີໃນຕໍ່ໜ້າຢ່າງສົມເຫດ ສົມຜົນ, ສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ ແລະ ສູ້ຊົນສ້າງບຸກ ຄົນ 3 ດີ ໃຫ້ໄດ້ 95%, ສ້າງໜ່ວຍ 3 ດີ ໃຫ້ໄດ້ຮັບຮອງຄັ້ງຕໍ່ໆໄປ, ຕັ້ງໜ້າປັບປຸງການຈັດຕັ້ງໜ່ວຍແມ່ຍິງໃຫ້ເຂັ້ມ ແຂງສາມາດເຄື່ອນໄຫວມີປະສິດທິພາບ, ກໍ່ສ້າງສະມາຊິກແມ່ຍິງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີແບບແຜນ ແລະ ມີລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດທາງດ້ານ ວິຊາສະເພາະ, ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມກັບການສ້າງຂະບວນການ ຂອງແມ່ຍິງໃຫ້ຟົດຟື້ນ, ເອົາໃຈໃສ່ສ້າງຄອບຄົວຕົວແບບໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ, ໃຫ້ມີການຂະຫຍາຍຕົວຂຶ້ນ ເລື້ອຍໆ.

ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກເລືອກຕັ້ງ 7 ສະຫາຍ ເລືອກ ເອົາ 5 ສະຫາຍ; ເຊິ່ງໄດ້ ເຫັນດີຕົກລົງເລືອກເອົາ ພັຕ ນາງ ຄຳໄພ ກິ່ງມະນີ ເປັນຫົວໜ້າໜ່ວຍ, ຮອ ນາງ ອໍາມາ ລາເປັນຮອງ, ຮທ ນາງ ຈັນທະຄາມ ສິລິວົງ ເປັນຮອງ ແລະ ເປັນປະທານກວດກາ ແລະ ຄະນະ 2 ສະຫາຍ.
ຕອນທ້າຍ, ພັທ ຄຳແຫ່ງ ສີຫາຈັກ ໄດ້ມີທິດຊີ້ນໍາໃຫ້ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເພື່ອເປັນເຂັມທິດເຍື ອງທາງໃຫ້ແກ່ການເຄື່ອນ ໄຫວຂອງເອື້ອຍ-ນ້ອງແມ່ຍິງ ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍຊຸດໃໝ່ ຈົ່ງເອົາໃຈໃສ່ ຕໍ່ວຽກງານການເມືອງ-ແນວຄິດ, ສ້າງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ສູງຂຶ້ນເພື່ອຊີ້ນຳໆພາ ເອື້ອຍ-ນ້ອງ ແມ່ຍິງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.