ໃນວັນທີ 20 ມິຖຸນາ 2018, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ X ໂຮງຮຽນທິດສະດີການເມືອງ ປກສ ກົມໃຫຍ່ການເມືອງ ປກສ ເປັນກຽດເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດ ໂດຍ ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາຄະນະພັກ, ຄະນະອຳນວຍການ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາຜູ້ທີ່ໄດ້ຮັບໃບປະກາສະນີຍະບັດເຂົ້າຮ່ວມ.

ພັທ ຄຳແວ່ນ ສີຫາລາດ ຮອງອຳນວຍການໂຮງຮຽນທິດສະດີການເມືອງ ປກສ ກ່າວວ່າ: ໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ X ປະກອບມີ 5 ວິຊາຮຽນ ຄື: ວີຊາປັດສະຍາ ມີ 10 ບົດ, ວິຊາເສດຖະສາດການເມືອງ 14 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 14 ວິຊາກົດໝາຍ ແລະ ການປົກຄອງ 14 ບົດ ແລະ ວິຊາວຽກງານພັກ-ວຽກງານການເມືອງ ມີ 23 ບົດ, ລວມມີ 520 ຊົ່ວໂມງຮຽນ ໂດຍໄດ້ເລີ່ມຮຽນມາໃນວັນທີ 15 ມັງກອນ 2018, ຊຶ່ງມີນັກສຶກສາທີ່ມາຈາກກົມກອງອ້ອມຂ້າງກະຊວງ ປກສ, ກອງບັນຊາການ ປກສ ແຂວງ-ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນປະເທດ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ພະແນກຍຸຕິທຳແຂວງຫຼວງນໍ້າທາ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ມາຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສັງທອງ ຈຳນວນ 55 ສະຫາຍ ຍິງ 7 ສະຫາຍ; ຜ່ານການຮໍ່າຮຽນ, ບັນດານັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບພື້ນຖານທາງດ້ານທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກຢ່າງເປັນລະບົບຄົບຊຸດ, ມີຄວາມກະຕືລືລົ້ນ, ມີຄວາມຕັ້ງໃຈສູງ, ມີນໍ້າໃຈຟົດຟື້ນ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ ສະແດງອອກໃນຜົນການຮຽນໄດ້ຄະແນນເກຼດ A ມີ 51 ສະຫາຍ ເທົ່າກັບ 92,72%, ເກຼດ B+ ມີ 4 ສະຫາຍ ເທົ່າກັບ 7.28%.

ໃນພິທີມອບໃບປະກາສະນີຍະບັດ, ພັອ ປອ ສຸວັນນີ ສີສຸພາບມີໄຊ ໄດ້ເນັ້ນໃຫ້ຜູ້ທີ່ສຳເລັດການຮຽນຄັ້ງນີ້ ຈົ່ງເອົາໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນ ແລະ ຝຶກຝົນຫໍ່ຼຫຼອມຕົນເອງ ເພື່ອຍົກສູງຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ, ວຽກງານວິຊາສະເພາະນຳເອົາບົດຮຽນທີໄດ້ຮຽນມາ ໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນ ກໍຄືຢູ່ໃນກົມກອງທີ່ຕົນສັງກັດ ໂດຍມີການປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດທັນສະໄໝ ເພື່ອພັດທະນາຕົນເອງໃຫ້ກາຍເປັນພະນັກງານດີເດັ່ນ, ມີຄຸນສົມບັດດີ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງໃນສະເພາະໜ້າ ແລະ ຍາວນານ.