ໃນວັນທີ 19 ມິຖຸນາຜ່ານມານີ້, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະດັບຊັ້ນໃຫ້ນາຍຕຳຫຼວດ ທີ່ສຳເລັດການສຶກສາລະດັບປະລິນຍາຕີ ຮຸ່ນທີ 27 ລະບົບ 7 ປີ (2011-2018) ຈາກວິທະຍາຄານສັນຕິບານປະຊາຊົນ ສສ ຫວຽດນາມ ປະຈຳປີ 2018, ເຂົ້າຮ່ວມໂດຍ ພັອ ເພີນຄຳ ແສງດາລາ ຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ, ໂດຍມີຄະນະພັກ, ຄະນະບັນຊາ ແລະ ນັກສຶກສາຜູ້ທີ່ໄດ້ຮັບການປະດັບຊັ້ນເຂົ້າຮ່ວມ.

ພັທ ປອ ວຽງໄຊ ທຳມະສິດ ຮອງຫົວໜ້າກົມກໍ່ສ້າງກຳລັງ ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນ ວ່າ: ຕະຫຼອດໄລຍະຜ່ານມາ, ນັກສຶກສາແຕ່ລະສະຫາຍແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມບໍລິສຸດຕໍ່ຊາດ ແລະ ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງສູງ, ຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ແລະ ປະຕິບັດລະບຽບຂອງວິທະຍາຄານວາງອອກໄດ້ເປັນຢ່າງດີ; ເຊິ່ງປະກອບມີ 2 ຂະແໜງການຮຽນ ຄື: ຂະແໜງປ້ອງກັນພາຍໃນ ແລະ ຂະແໜງສືບສວນ-ສອບສວນຄະດີການເມືອງ ໂດຍມີນັກສຶກສາທັງໝົດ 30 ສະຫາຍ ຍິງ 2 ສະຫາຍ, ຊັ້ນໃນເວລາຮຽນມີ ຮອ 2 ສະຫາຍ, ຮທ 2 ສະຫາຍ ແລະ ວທ 26 ສະຫາຍ ຍິງ 2 ສະຫາຍ.

ນອກນີ້, ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1611/ປກສ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍ ການປະດັບຊັ້ນໃຫ້ນາຍຕໍາຫຼວດ ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ຮຸ່ນທີ 27 ຈາກ ສສ ຫວຽດນາມ ໂດຍຕົກລົງປະດັບຊັ້ນຮ້ອຍໂທ ໃຫ້ 26 ສະຫາຍ; ຮັກສາຊັ້ນເດີມ 4 ສະຫາຍ ( ຮອ 2 ສະຫາຍ ແລະ ຮທ 2 ສະຫາຍ) ເປັນກຽດປະດັບຊັ້ນໂດຍ ພັອ ເພີນຄຳ ແສງດາລາ.

ໂອກາດດຽວກັນ, ພັອ ເພີນຄຳ ແສງດາລາ ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການປະດັບຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນ ແລະ ຂໍ້ກຳນົດກົດໝາຍຕ່າງໆ ເປັນຕົ້ນແມ່ນລະບຽບຂອງກຳລັງ ປກສ ວາງອອກ ໃຫ້ປະກົດຜົນເປັນຈິງ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງຢ່າງມີປະສິດທິພາບ.