ຫ້ອງພະລາທິການ ປກສ ແຂວງຈໍາປາສັກ ແລະ ຫ້ອງພະລາທິການ ປກສ ແຂວງເຊກອງ ໄດ້ແລກປ່ຽນບົດຮຽນ ວຽກງານພະລາທິການ ໃນວັນທີ 14 ມິຖຸນາ 2018 ຢູ່ທີ່ສະໂມສອນ ປກສ ແຂວງຈຳປາສັກ, ຝ່າຍ ປກສ ແຂວງ ຈໍາ ປາສັກ ນໍາໂດຍ ພັທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ຝ່າຍ ປກສ ແຂວງ ເຊກອງ ນໍາໂດຍ ພັທ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານວິຊາສະ ເພາະທັງສອງພາກສ່ວນເຂົ້າຮ່ວມ.
ໃນກອງປະຊຸມ, ພັທ ຄໍາໃບ ສົມສະໜິດ ຮັກສາການຫົວໜ້າຫ້ອງພະລາທິການ ປກສ ແຂວງຈຳປາສັກ ໄດ້ຂຶ້ນ ຜ່ານການຈັດຕັ້ງປະຕິບັດວຽກງານພະລາທິການໃນຊຸມປີຜ່ານມາ ຕິດພັນກັບການເກັບລາຍຮັບແບບລວມສູນ ຜ່ານລະບົບປະຕູດຽວ ເຊິ່ງການຈັດຕັ້ງປະຕິບັດວຽກງານພະລາທິການແມ່ນໄດ້ສຸມໃສ່ການຈັດເກັບລາຍຮັບມອບ ເຂົ້າງົບປະມານ; ສໍາລັບຕົ້ນປີ 2018, ຕົວເລກຄາດໝາຍຂອງຫ້ອງການການເງິນແຂວງ ມອບໃຫ້ ປກສ ແຂວງ ມອບລາຍຮັບເຂົ້າງົບປະມານ ຈຳນວນ 3,1 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 6,8%, ໄດ້ສ້າງເປັນກອງທຶນທີ່ມີທຶນ ໝູນວຽນ 1,4 ຕື້ກີບ; ສໍາລັບທິດທາງໃນຕໍ່ໜ້າ, ກອງບັນຊາການ ປກສ ແຂວງ ຈຳປາສັກ ຈະໄດ້ມີໂຄງການສ້າງ ລາຍຮັບໃຫ້ໄດ້ເພີ່ມຂຶ້ນເປັນຕົ້ນແມ່ນປູກໝາກມ່ວງຫິມະພານ ຢູ່ 2 ຈຸດ ຄື: ເມືອງໂຂງ ແລະ ເມືອງຊະນະສົມບູນ ແລະ ສ້າງໂຮງງານນໍ້າດື່ມບໍລິສຸດ.

ການແລກປ່ຽນບົດຮຽນໃນຄັ້ງນີ້, ບັນດາຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງ ມາ, ເຕັມໄປດ້ວຍຄວາມສະໝານສາມັກຄີ, ມີປະຊາທິປະໄຕບົນຈິດໃຈເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງ ທັງສອງຝ່າຍກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການທີ່ຕິດພັນກັບວຽກງານເກັບລາຍຮັບມອບເຂົ້າ ງົບປະມານ ແລະ ການຄຸ້ມຄອງງົບປະມານລາຍຮັບ-ລາຍຈ່າຍ, ວຽກງານທຸລະກິດ ແລະ ການບໍລິການຕ່າງໆ ເພື່ອໃຫ້ຫັນເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ,ຮັບປະກັນຄວາມໂປ່ງໃສ, ຖືກຫຼັກການຂອງການເງິນ; ໃນຕໍ່ໜ້າ, ທັງສອງຝ່າຍໄດ້ວາງຄາດໝາຍສູ້ຊົນດ້ວຍການກຳນົດແຜນງານ, ກຳນົດໂຄງການວາງຄາດໝາຍ, ຕົວເລກສູ້ຊົນ ແຕ່ລະວຽກ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຖອດຖອນບົດຮຽນ ໃນຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ກາຍ ເປັນພຶດຕິກຳຕົວຈິງໃຫ້ດີຂຶ້ນເທື່ອລະກ້າວ.