ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບເຮັດວຽກງານຮັກສາຄວາມເປັນລະບຽບທາງສັງຄົມ ໃນໄລຍະ 2 ປີຜ່ານມາ ເຊິ່ງສາມາດແກ້ໄຂປະກົດການຫຍໍ້ທໍ້ໄດ້ທັງໝົດ 400 ກວ່າເລື່ອງ.

ພັທ ຊຽງພັນ ອິນທະປັນຍາ ຮອງເລຂາຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງຈັນທະບູລີ ກ່າວໃນກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດການຊີ້ນໍາ-ນໍາພາຂອງ ຄະນະພັກຮາກຖານກອງບັນຊາການ ປກສ ເມືອງຈັນທະບູລີ ສົກປີ 2016-2017 ແລະ ວາງທິດທາງແຜນການ 2018-2019 ວ່າ: ໂດຍໄດ້ຍົກໃຫ້ເຫັນວ່າ ໄລຍະຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ໜ່ວຍພັກ ແລະ ກຸ່ມ ໄດ້ສົມທົບກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປັບປຸງວິຊາສະເພາະ ໂດຍສ້າງເປັນແຜນງານ, ໂຄງການເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ, ຕິດຕາມບັນດາເປົ້າໝາຍການກໍ່ອາສະຍາກໍາພາຍໃນເມືອງ ແລະ ໄດ້ຈັດຕັ້ງຜັນຂະຫຍາຍບັນດາໂຄງການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 27/ນຍ, ຄໍາສັ່ງ 445/ຈນວ ແລະ ຄໍາສັ່ງເລກທີ 1470/ປກສ ວ່າດ້ວຍ ການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ໃນ 2 ປີຜ່ານມາ, ທົ່ວເມືອງຈັນທະບູລີ ມີຄະດີເກີດຂຶ້ນທັງໝົດ 1.064 ເລື່ອງ; ໃນນັ້ນ, ແກ້ໄຂໄດ້ 426 ເລື່ອງ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 800 ຄົນ ຍິງ 96 ຄົນ.

ຄະດີທີ່ເກີດຂຶ້ນສ່ວນຫຼາຍແມ່ນ ຄະດີລັກຊັບ, ຊິງຊັບ ແລະ ປຸ້ນຊັບ. ຈາກຄະດີທັງໝົດ ມີຄະດີລັກຊັບເກີດຂຶ້ນ 408 ເລື່ອງ ແກ້ໄຂໄດ້ 171 ເລື່ອງ, ຄະດີຊິງຊັບ 99 ເລື່ອງ ແກ້ໄຂໄດ້ 21 ເລື່ອງ, ຄະດີປຸ້ນຊັບ 34 ເລື່ອງ ແກ້ໄຂ ໄດ້ 7 ເລື່ອງ. ນອກນັ້ນ, ຍັງມີຄະດີທໍາລາຍຊັບ 18 ເລື່ອງ ແກ້ໄຂໄດ້ 7 ເລື່ອງ, ຊື້-ຂາຍອາວຸດເສິກ 2 ເລື່ອງ ແກ້ໄຂໄດ້ 2 ເລື່ອງ, ມີອາວຸດເສິກໄວ້ໃນຄອບຄອງບໍ່ຖືກຕ້ອງ 4 ເລື່ອງ ແກ້ໄຂໄດ້ 3 ເລື່ອງ.

ນອກນີ້, ຍັງແກ້ໄຂໄດ້ 145 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 348 ຄົນ ຍິງ 57 ຄົນ, ສົ່ງສູນບໍາບັດ 32 ຄົນ ຍິງ 7 ຄົນ; ສ່ວນອຸບັດຕິເຫດເກີດຂຶ້ນທັງໝົດ 198 ເທື່ອ ມີພາຫະນະເປເພທັງໝົດ 389 ຄັນ, ເລັກໜ້ອຍ 122 ຄັນ, ສົມຄວນ 266 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນບາດເຈັບທັງໝົດ 252 ຄົນ; ໃນນີ້, ມີເຈັບສົມຄວນ 93 ຄົນ, ສາຫັດ 62 ຄົນ ແລະ ມີອັກຄີໄພເກີດຂຶ້ນ 8 ເລື່ອງ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2018 ໂດຍການເປັນປະທານຂອງ ພັທ ໄມວິໄລສຸກ ແສນອຸໄທ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ມີຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ນັກຮົບທົ່ວ ປກສ ເມືອງ ເຂົ້າຮ່ວມ.