ໂຮງຮຽນ ປກສ ຊັ້ນກາງເລກ 2 ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດຊຸດບຳລຸງວຽກງານວິຊາສະເພາະປ້ອງກັນ ຄວາມສະຫງົບ ລະບົບ 3 ເດືອນ ຮຸ່ນທີ 10, ໃນວັນທີ 15 ມິຖຸນາ 2018 ເຂົ້າຮ່ວມໂດຍ ພັທ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ພັທ ສີສະໝຸດ ສຸລິຈັນ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ບັນດາຄະນະຫ້ອງອ້ອມຂ້າງກອງບັນຊາການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ, ນັກສຳມະນາກອນ.
ໃນພິທີ, ພັທ ບຸນອວນ ພານຸວົງ ຮອງ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນກາງ ເລກ 2 ໄດ້ຂຶ້ນ ຜ່ານຂໍ້ຕົກ ລົງຂອງກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1395/ກມປສ, ລົງວັນທີ 22 ພຶດສະພາ 2018 ວ່າດ້ວຍການອະນຸມັດໃຫ້ໂຮງຮຽນ ປກສ ຊັ້ນກາງເລກ 2 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຕົກ ລົງເປີດຊຸດບໍາລຸງວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບ 3 ເດືອນ ຮຸ່ນທີ 10 ສົກປີ 2018; ເຊິ່ງ ມີນັກສຳມະ ນາກອນເຂົ້າຮ່ວມບໍາລຸງທັງໝົດ 74 ສະຫາຍຍິງ 16 ສະຫາຍ ທີ່ມາຈາກບັນດາກົມກອງອ້ອມຂ້າງກະຊວງ ແລະ 4 ແຂວງ ພາກກາງ.

ພັທ ບຸນເລີດ ຄະທຸມຄົມ ອໍານວຍການ ໂຮງຮຽນ ປກສ ຊັ້ນກາງເລກ 2 ໄດ້ຂຶ້ນຜ່ານແຜນການເປີດຊຸດບໍາລຸງວຽກ ງານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບ 3 ເດືອນ ຮຸ່ນທີ 10 ປີ 2018 ຂອງໂຮງຮຽນ ປກສ ຊັ້ນກາງເລກ 2 ແຂວງສະຫວັນນະເຂດ ໃຫ້ນາຍຕຳຫຼວດທີ່ຍັງບໍ່ທັນໄດ້ຜ່ານວິຊາສະເພາະວຽກງານປ້ອງກັນຄວາມສະຫງົບ ມາກ່ອນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງ ກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງ ດ້ານທິດສະດີ ແລະ ການປະຕິບັດ, ທາງດ້ານວຽກງານວິຊາສະເພາະທີ່ເຕັມໄປດ້ວຍປະລິມານ ແລະ ຄຸນນະພາບ ສາມາດກຳແໜ້ນວຽກງານປ້ອງກັນຄວາມສະຫງົບ ແລະ ໜ້າທີ່ການເມືອງໃນໄລຍະໃໝ່; ເຊິ່ງຈະໃຊ້ເວລາຮຽນທັງໝົດ 61 ວັນ ເທົ່າກັບ 12 ອາທິດ ຫຼື 427 ຊົ່ວໂມງ; ໂຄງການຫຼັກສູດການຮຽນ-ການສອນ ປະກອບມີ 4 ໝວດຄື: ໝວດວິຊາເບື້ອງຕົ້ນຂອງກຳລັງປ້ອງກັນຄວາມສະຫງົບ ມີ 2 ວິຊາ, ໝວດວິຊາຄວາມຮູ້ ທົ່ວໄປມີ 4 ວິຊາ, ໝວດຄວາມຮູ້ ພື້ນຖານວິຊາສະເພາະມີ 6 ວິຊາ ແລະ ໝວດວິຊາສະເພາະປ້ອງກັນຄວາມສະ ຫງົບມີ 14 ວິ ຊາ.

ຕອນທ້າຍ, ພັທ ວັນໄຊ ລີໄຊຍະລາດ ຮຽກຮ້ອງໃຫ້ພະນັກງານຄູ-ອາຈານ ແລະ ນັກສຳມະນາກອນທຸກພາກສ່ວນຈົ່ງ ພ້ອມກັນບຸກບືນສ້າງຄວາມພ້ອມໃນທຸກດ້ານ, ສ້າງຖັນແຖວພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການ ເມືອງ, ມີຄວາມຮູ້-ຄວາມສາມາດ, ມີລະດັບສະຕິປັນຍາແຫຼມຄົມ, ພ້ອມກັນເອົາໃຈໃສ່ຕັ້ງໃຈຮໍ່າຮຽນເກັບກຳເອົາ ຄວາມຮູ້, ຍົກສູງສະຕິລະວັງຕົວເຄົາລົບລະບຽບຂອງ ໂຮງຮຽນ, ເອົາໃຈໃສ່ໃນການສຶກສາຮໍ່າຮຽນເພື່ອເກັບກຳເອົາ ຄວາມຮູ້ເມື່ອຈົບອອກໄປກໍຈະໄດ້ນຳໃຊ້ປະຕິບັດໃຫ້ເກີດປະໂຫຍດສູງສຸດ.