ຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນດ້ານວິຊາການ ໃນຂົງເຂດວຽກງານສືບສວນ-ສອບສວນ ຄັ້ງທີ I ທົ່ວ ປກສ ແຂວງຫຼວງພະບາງ ຂຶ້ນໃນວັນທີ 19 ມິຖຸນານີ້, ເປັນປະທານໂດຍ ພັທ ສົມບູນ ແກ້ວມະນີວົງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງພະບາງ, ມີ ພັທ ທາລຽນ ປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະ ປກສ ເມືອງ, ຫົວໜ້າ-ຮອງພະແນກສືບສວນ-ສອບສວນ ພ້ອມດ້ວຍພະນັກງານໄອຍະການ-ສານເຂົ້າຮ່ວມ.

ພັທ ຄຳເພີນ ພົມມະຈັກ ຮອງຫົວໜ້າຫ້ອງຕຳຫຼວດ ໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານວິຊາສະເພາະການສືບສວນ-ສອບສວນ ຢ່າງຖືກຕ້ອງພາວະວິໄສ; ໄລຍະຜ່ານມາເຫັນວ່າ: ພະນັກງານສືບສວນ-ສອບສວນສາມາດປະຕິບັດວຽກງານວິຊາສະເພາະໄດ້ທ່ວງທັນກັບສະພາບການ ກັບເຫດການທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ການລົງຊັນນະສູດສະຖານທີ່ເກີດເຫດ, ການຈັບ, ການກັກ, ການກວດຄົ້ນ, ການປະກອບສຳນວນຄະດີ ແລະອື່ນໆ, ເຫັນໄດ້ວ່າ ພະນັກງານສືບສວນ-ສອບສວນດຳເນີນຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ກົດໝາຍເຮັດໃຫ້ປະກົດການຫຍໍ້ທໍ້ພາຍໃນແຂວງຫຼວງພະບາງ ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວເຮັດໃຫ້ການດຳລົງຊີວິດຂອງພໍ່-ແມ່ປະຊາຊົນມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ມີການແລກປ່ຽນຖອດຖອນບົດຮຽນກ່ຽວກັບ ການດຳເນີນຄະດີແຕ່ລະພາກສ່ວນໃນທົ່ວແຂວງ, ການເປີດການສືບສວນ-ສອບສວນ, ການຕີຄວາມໝາຍຂອງຮູບຄະດີ, ການປະກອບສຳນວນ-ສຳເນົາຄະດີ, ການຈັດຕັ້ງປະຕິບັດ ແລະ ນຳໃຊ້ມາດຕະການສະກັດກັ້ນຂອງກົດໝາຍ ເຊັ່ນ: ການຈັບຕົວ, ກັກຕົວ, ການກັກຂັງພາງ, ການທົດສອບຂໍ້ມູນຄືນໃໝ່, ການກວດຄົ້ນຕົວບຸກລຸກ, ການກວດຄົ້ນເຄຫະສະຖານ, ການຊັນນະສູດສະຖານທີ່ເກີດເຫດ, ການປ້ອງກັນສະຖານທີ່ເກີດເຫດ, ການເອົາຄຳໃຫ້ການຂອງຜູ້ຖືກສົງໄສ, ຜູ້ຖືກເສຍຫາຍ, ພະຍານ ແລະ ເດັກ, ການສະຫຼຸບລາຍງານ ແລະ ການສະຫຼຸບນຳສົ່ງສຳນວນຄະດີໃຫ້ອົງການກ່ຽວຂ້ອງ.

ໃນຕອນທ້າຍ, ພັທ ທາລຽນ ປະດິດ ໄດ້ເນັ້ນໃຫ້ພະນັກງານສືບສວນ-ສອບສວນ ຈົ່ງມີຄຸນທາດການເມືອງ, ມີນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນ, ມີຄວາມຈົງຮັກພັກດີ, ສາມັກຄີເປັນປຶກແຜ່ນ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ສຳລັບພະນັກງານຜູ້ບັນຊາ ຕ້ອງໃຫ້ລົງເລິກຊີ້ນຳຢ່າງໃກ້ຊິດຕິດແທດ ແລະ ມີການກວດກາໃຫ້ລະອຽດ ເພື່ອຮັບປະກັນໃຫ້ແກ່ການດຳເນີນຄະດີ ທັງເປັນການຍົກສູງຄຸນນະພາບຂອງພະນັກງານວິຊາການຂົງເຂດວຽກງານສືບສວນ-ສອບສວນ ຖືກຕ້ອງຕາມຫຼັກການ.