ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ອົງການການສຶກສາໂລກ ປະຈໍາລາວ ( World Education Laos ) ໄດ້ເປີດຊຸດຝຶກອົບຮົມວິຊາຊີບເສີມສວຍ ແລະ ຕົບແຕ່ງຊົງຜົມ
ໃຫ້ແກ່ຜູ້ທີ່ໄດ້ຮັບທຶນຝຶກອົບຮົມຈາກ ໂຄງການສ້າງຕັ້ງສູນຜູ້ປະກອບການແມ່ຍິງ ໃນວັນທີ 20 ມິຖຸນາ 2018, ມີ ທ່ານ ໂດອິ ວິລະນາມ ອໍານວຍການສູນພັດທະນາສີມືແຮງງານ ນວ ແລະ ທ່ານ ນາງ ຊາລາ ບູນາກີ ຫົວໜ້າອົງການການສຶກສາໂລກ ປະຈຳລາວ, ມີພະນັກງານ-ວິຊາການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ທ່ານ ນາງ ບຸນສົງ ພຸດທະວົງ ຮອງຫົວໜ້າຫ້ອງການອົງການການສຶກສາໂລກ ປະຈໍາລາວ ກ່າວວ່າ: ການເປີດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນໃຫ້ແມ່ຍິງລາວບັນດາເຜົ່າ ທີ່ມີຄວາມຕ້ອງການຢາກຝຶກວິຊາຊີບ ແລະ ປະກອບອາຊີບ ຕາມສາຂາທີ່ທາງໂຄງການໄດ້ກຳນົດໄວ້ ເປັນຕົ້ນແມ່ນວິຊາອາຊີບຕັດຫຍິບເຄື່ອງນຸ່ງ, ອາຊີບເສີມສວຍ ແລະ ຕົບແຕ່ງຊົງຜົມ ແລະອຶ່ນໆ ເພື່ອເຮັດໃຫ້ແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການ, ວິທີການຂອງວິຊາອາຊີບຕ່າງໆ ແລ້ວນຳໄປປະກອບທຸລະກິດຂະໜາດນ້ອຍເປັນຂອງຕົນເອງ ເພື່ອເຮັດໃຫ້ຕົນເອງມີການພັດທະນາສີມືໃຫ້ຊຳນິຊຳນານ ແລະ ມີຄວາມສາມາດເຮັດໃຫ້ການດຳເນີນກິດຈະການຂອງຕົນດີຂຶ້ນເທື່ອລະກ້າວ; ເຊິ່ງການຝຶກອົບຮົມແມ່ນຈະກໍານົດເວລາ 3 ເດືອນ ແລະ ມີຜູ້ເຂົ້າຮ່ວມຝຶກອົບຮົມເປັນຍິງທັງໝົດ 10 ຄົນ ໂດຍເລີ່ມແຕ່ວັນທີ 20 ມິຖຸນາ ຫາ 28 ສິງຫາ 2018 ຈຶ່ງຈະສຳເລັດ.

ພາຍຫຼັງທີ່ສໍາເລັດການຝຶກອົບຮົມແລ້ວ ທາງໂຄງການຍັງຈະໄດ້ສະໜັບສະໜູນງົບປະມານຈຳນວນໜຶ່ງໃຫ້ນັກສຳມະນາກອນ ເພື່ອເປັນທຶນຮອນປະກອບເຂົ້າໃນການດໍາເນີນທຸລະກິດຂະໜາດນ້ອຍຂອງຕົນເອງໃຫ້ມີການພັດທະນາທາງດ້ານທັກສະດ້ານວິຊາຊີບ ຮັບປະກັນໃຫ້ກິດຈະການມີການປັບປຸງ ແລະ ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.