ທ່ານ ນາງ ດັ້ງຖິຫງ໋ອກທິ້ງ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າພົບປະຢ້ຽມຢາມ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນວັນທີ 20 ມິຖຸນາ 2018, ທີ່ສະພາແຫ່ງຊາດ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ມິຖຸນາ 2018.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ນາງ ດັ້ງຖິຫງ໋ອກທິ້ງ ພ້ອມຄະນະຜູ້ແທນແຫ່ງ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ແລະ ເປັນຄັ້ງທໍາອິດ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ແລະ ໄດ້ຕີລາຄາສູງຕໍ່ພັກ, ຕໍ່ສະພາແຫ່ງຊາດ, ຕໍ່ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້, ຊີ້ນໍາບັນດາຫົວໜ່ວຍທຸລະກິດຂອງຫວຽດນາມ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ຢ່າງໃກ້ຊິດ ເຮັດໃຫ້ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີປະສິດທິຜົນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ທ່ານ ນາງ ດັ້ງຖິຫງ໋ອກທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ; ພ້ອມນັ້ນ, ຍັງໄດ້ແຈ້ງໂດຍຫຍໍ້ກ່ຽວກັບ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 14 ຂອງ ສສ ຫວຽດນາມ, ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາໃນຫຼາຍບັນຫາ ບົນພື້ນຖານການເຄົາລົບສິດທິຂັ້ນພື້ນຖານຂອງພົນລະເມືອງໃນການປາກເວົ້າ, ອັນເປັນການສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕິດຕາມກວດສອບຢ່າງໃກ້ຊິດຂອງບັນດາສະມາຊິກສະພາແຫ່ງຊາດ; ພ້ອມດຽວກັນນີ້, ກໍໄດ້ອວຍພອນໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຂອງ ສປປ ລາວ ທີ່ກໍາລັງດໍາເນີນໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນວັນດຽວກັນ, ທ່ານ ນາງ ດັ້ງຖິຫງ໋ອກທິ້ງ ພ້ອມດ້ວຍຄະນະ ຍັງໄດ້ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມພະທາດຫຼວງວຽງຈັນ, ຢ້ຽມຢາມສູນກາງສະຫະພັນແມ່ຍິງລາວ ແລະ ພົບປະກັບ ທ່ານ ປອ ນາງ ດຣ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ; ໄປຢ້ຽມຢາມໂຮງຮຽນພອນສະຫວັນ ໂດຍການຕ້ອນຮັບຂອງ ທ່ານ ສຈ ປອ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍອໍານວຍການ, ບັນດາຄູ-ອາຈານໂຮງຮຽນພອນສະຫວັນ ແລະ ຢ້ຽມຢາມສໍານັກງານໃຫຍ່ UNITEL.