ໃນວັນທີ 4 ມິຖຸນາ 2018, ທີ່ສານປະຊາຊົນນະຄອນໂຮ່ຈິມິນ ໃນກອງປະຊຸມສານ ໄດ້ນຳເອົາສຳນວນຄະດີ ແລະ ໃບຂໍຜ່ອນໂທດຂອງຜູ້ຖືກຫາ ທ້າວ ດັ້ງຫວ່າງທ້ຽນ ອາຍຸ 25 ປີ, ທ້າວ ຫງວຽນດຶກຊິງ ອາຍຸ 33 ປີ ທັງສອງຢູ່ແຂວງກວາງຫງາຍ ເຊິ່ງເປັນຫົວໂປ່ໂຕການໃນການກໍ່ການຮ້າຍທີ່ສະໜາມບິນ ເຕິ້ນເຊິ້ນເຍີດ ແລະ ສາງມ້າງລົດຂອງຕຳຫຼວດນະຄອນບ້ຽນຮວ່າ ແຂວງດົ່ງນ້າຍ ເຊິ່ງເຈົ້າໜ້າທີ່ໄດ້ຂຶ້ນບັນຊີເປັນຕົວການທີ່ສຳຄັນ.

ຜ່ານການຮັບສາລະພາບຂອງພວກກ່ຽວໃຫ້ຮູ້ວ່າ: ໃນເດືອນມິຖຸນາ 2016F ທ້າວ ທ້ຽນ ໄດ້ເຂົ້າຮ່ວມຂະບວນການຂອງ ທ້າວ ດ່າວມິ້ງກວັນ ແລະ ນາງ ຟ້າມລີຊາ ພວກກ່ຽວດຳລົງຊີວິດທີ່ຕ່າງປະເທດ, ເມື່ອເຂົ້າຮ່ວມກຸ່ມແລ້ວ ພວກກ່ຽວໄດ້ຕິດຕໍ່ພົວພັນກັນມາຮອດເດືອນເມສາ 2017, ນາງ ຟ້າມລີຊາ ໄດ້ສັ່ງ ທ້າວ ທ້ຽນ, ທ້າວ ຊິງ ພ້ອມດ້ວຍພັກພວກຮ່ວມຫົວກັນຫາຊື້ວັດຖຸອຸປະກອນເພື່ອນຳມາປະດິດເປັນລະເບີດທີ່ເຮັດດ້ວຍນ້ຳມັນ ເປົ້າໝາຍແມ່ນຈູດສາງລົດຂອງຕຳຫຼວດທີ່ເກັບລົດຜິດລະບຽບຈະລາຈອນຂອງກອງບັນຊາການຕຳຫຼວດນະຄອນບ້ຽນຮວ່າ ເມື່ອພວກກ່ຽວເຮັດສຳເລັດກໍນຳໄປຈູດທຳລາຍສາງລົດດັ່ງກ່າວ ເຮັດໃຫ້ເກີດຄວາມເສຍຫາຍຄື: ລົດຈຳນວນ 320 ຄັນ ຖືກຈູດເຜົາເສຍຫາຍ ລວມມູນຄ່າເສຍຫາຍເກືອບ 1,3 ຕື້ດົ່ງ; ຈາກນັ້ນ, ນາງ ຟ້າມລີຊາ ສືບຕໍ່ສັ່ງ ທ້າວ ທ້ຽນ ກະກຽມຫາຊື້ອຸປະກອນ ເພື່ອປະດິດລະເບີດຊະນິດກົດສະນວນດ້ວຍເຄື່ອງອີເລັກໂຕຼນິກບັນຊາຈາກທາງໄກ ຫວັງກໍ່ການຮ້າຍທີ່ສະໜາມບິນສາກົນ ເຕິ້ນເຊິ້ນເຍິດ ໃນເທດສະການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ 30 ເມສາ 2017.

ທ້າວ ທ້ຽນ ໄດ້ຮັບສາລະພາບວ່າ: ຕົນເອງແມ່ນຜູ້ອອກຫົວຄິດປະດິດລະເບີດຊະນິດແກ໊ສ ເພື່ອກຽມກໍ່ໃຫ້ເກີດສຽງແຕກ 2 ກໍລະນີ, ໃນແຜນການແມ່ນແນໃສ່ສ້າງຄວາມບໍ່ສະຫງົບໃນສະໜາມບິນດັ່ງກ່າວ ໃນໄລຍະສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ 30 ເມສາ 2017, ຜູ້ກ່ຽວຮັບສະລະພາບຕື່ມວ່າ: ຍ້ອນໄດ້ຮັບຄຳສັ່ງຈາກ ນາງ ຟ້າມລີຊາ ເຊິ່ງນາງ ລີຊາ ໄດ້ເວົ້າວ່າ ການສະເຫຼີມສະຫຼອງວັນດັ່ງກ່າວແມ່ນຈະມີພະນັກງານຂັ້ນການນຳພັກ-ລັດຈາກສູນກາງ ເດີນທາງມານະຄອນໂຮ່ຈິມິນ ຈຳນວນຫຼາຍຄົນ ຖ້າເຮັດໃຫ້ເກີດສຽງແຕກໄດ້ ກໍສະແດງວ່າເຮັດສຳເລັດວຽກຂອງຂະບວນການຂອງພວກຕົນ.

ຜູ້ກ່ຽວກ່າວຕື່ມວ່າ: ໄດ້ຮັບເງິນຈາກນາງ ຟ້າມລີຊາ ຈຳນວນ 8 ລ້ານດົ່ງ, ເງິນດັ່ງກ່າວແມ່ນໂອນຜ່ານເຂົ້າບັນຊີຂອງ ນາງ ຫງວຽນທິຈຸ້ງ ແຟນຂອງຕົນ ແລະ ຜູ້ກ່ຽວໄດ້ຮັບສາລະພາບອີກວ່າ: ໄດ້ຮັບເງິນຈາກ ນາງ ຟ້າມລີຊາ ອີກຈຳນວນ 3 ຄັ້ງ.

ທີ່ອົງການສືບສວນ-ສອບສວນ ແລະ ຫ້ອງປະຊຸມສານ ໂດຍອີງໃສ່ຄຳໃຫ້ການ ແລະ ຂໍ້ມູນທີ່ກ່ຽວຂ້ອງ ຄະນະສານຈຶ່ງໄດ້ຕັດສິນວ່າຜູ້ກ່ຽວໃຫ້ການບໍ່ກົງກັບຄວາມຈິງ.

ສ່ວນ ທ້າວ ຊິງ ໃຫ້ຮູ້ວ່າ: ຕົນເອງໄດ້ເຂົ້າຮ່ວມກຸ່ມປະຕິການ CT47 ເຟື້ອງຮວ່າງ ຂອງຟ້າມລີຊາ ແລະ ທ້າວ ດ່າວມິ້ງກວັນ ແຕ່ປີ 2016, ຕົນເອງແມ່ນໄດ້ສົນທະນາກັບສະມາຊິກໃນກຸ່ມຕະຫຼອດ ໂດຍຜ່ານທາງເຟສບຸກ. ຮອດທ້າຍປີດຽວກັນນັ້ນ, ຕົນເອງ ແລະ ພັກພວກໄດ້ຂຶ້ນແຜນການກໍ່ຄວາມບໍ່ສະຫງົບໃນໄລຍະສະຫຼອງວັນບຸນປີໃໝ່ 2017 ແລະ ງານສະຫຼອງປົດປ່ອຍພາກໃຕ້ 30 ເມສາ.

ຕາມການບັນຊາຂອງ ນາງ ຟ້າມລີຊາ, ທ້າວ ເລ້ຮຸ່ງເກື່ອງ ຈະນຳເອົາປືນໄປໃຫ້ທ້າວ ຊີງ ແຕ່ຕົວຈິງເມື່ອພົບກັນ ພວກກ່ຽວທັງສອງໄດ້ຂ້າມໄປປະເທດກຳປູເຈຍ ຊື້ເອົາປືນຍີ່ຫໍ້ K59 ພ້ອມດ້ວຍລູກປືນ 9 ລູກ, ປືນດັ່ງກ່າວຖືກເຈົ້າໜ້າທີ່ຢຶດໄດ້ໃນຂະນະທີ່ຜູ້ກ່ຽວກໍ່ຄວາມວຸ້ນວາຍທີ່ຮ້ານຫຼິ້ນການພະນັນທີ່ເມືອງຮັອກໂມນ ນະຄອນໂຮ່ຈິມິນ ແຕ່ຜູ້ກ່ຽວກໍເອົາຕົວຫຼົບໜີອອກຈາກສະຖານທີ່ດັ່ງກ່າວ ຂ້າມໄປຢູ່ເຂດຊາຍແດນ.

ໃນຂະນະທີ່ເອົາຕົວຫຼົບໜີ ທ້າວ ຊີງ ຍັງໄດ້ຮັບຄຳສັ່ງຂອງ ນາງ ຟ້າມລີຊາ ວ່າ: ໃຫ້ກັບຄືນໄປ ຫວຽດນາມ ເພື່ອເຕົ້າໂຮມກຳລັງພົນ. ຈາກນັ້ນ, ຜູ້ກ່ຽວໄດ້ກັບມາແລ້ວໄປພົບກັບ ທ້າວ ທ້ຽນ ທີ່ເຮືອນຂອງ ທ້າວ ຖາຍຫ່ານຟອງ ແຂວງບິ້ງເທິ້ນ; ຈາກນັ້ນ, ໄດ້ປະດິດລະເບີດແກ໊ສ ເພື່ອກຽມພ້ອມກໍ່ເຫດໃນມື້ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ດັ່ງທີ່ກ່າວຂ້າງເທິງ ຈຸດປະສົງກໍເພື່ອກໍ່ໃຫ້ມີສຽງແຕກຂຶ້ນໃນມື້ງານ.

ຫຼັງຈາກທີ່ມີການຄົ້ນຄວ້າ ແລະ ວາງແຜນ ທ້າວ ຊີງ ພ້ອມດ້ວຍພັກພວກໄດ້ເລີ່ມຕົ້ນຈາກການວາງລະເບີດທີ່ສາງລົດຂອງກອງບັນຊາການຕຳຫຼວດນະຄອນອານຮວ່າ ແຂວງດົ່ງນາຍ ເພາະວ່າຢູ່ສະຖານທີ່ດັ່ງກ່າວ ບໍ່ມີຄົນຍາມ ແລະ ຮົ້ວກຳແພງກໍຕ່ຳ; ດັ່ງນັ້ນ, ພວກກ່ຽວເປີດສາກດ້ວຍການວາງລະເບີດໄດ້ສຳເລັດ. ຜົນເສຍຫາຍແມ່ນລົດໃນສາງ 300 ກວ່າຄັນ ແມ່ນເສຍຫາຍໝົດ ລວມມູນຄ່າເສຍຫາຍຄັ້ງນີ້ 1,3 ຕື້ກວ່າດົ່ງ.

ຢູ່ທີ່ຫ້ອງປະຊຸມສານ, ທ້າວ ຊີງ ໄດ້ໃຫ້ການກັບເຈົ້າໜ້າທີ່ແບບບໍ່ເຂົ້າບໍ່ອອກ ໂດຍຜູ້ກ່ຽວໄດ້ຂໍໃຫ້ຄະນະສານພິຈາລະນາຜ່ອນໂທດ ເຊິ່ງໄດ້ອ້າງວ່າ ຕົນເອງແມ່ນຖືກເມຍປະ ແລະ ຕ້ອງໄດ້ຮັບພາລະລ້ຽງລູກນ້ອຍອີກ 3 ຄົນ, ຂໍໃຫ້ສານຕັດສິນລົງໂທດໃນສະຖານເບົາ ເພື່ອຈະມີໂອກາດຫາລ້ຽງຄອບຄົວ, ຜູ້ກ່ຽວຍັງຂໍຈ່າຍແທນຄ່າເສຍຫາຍທີ່ເກີດຂຶ້ນ 10 ລ້ານດົ່ງ ພ້ອມທັງສັນຍາຈະຫາເງິນມາທົດແທນເມື່ອພົ້ນໂທດອອກມາ.

ນອກນັ້ນ, ຜູ້ກ່ຽວຍັງຮຽກຮ້ອງໃຫ້ຜູ້ຖືກຫາອື່ນໃຫ້ຍອມຮັບຄວາມຜິດທັງໝົດ ເພື່ອຈະໄດ້ຮັບການຜ່ອນໂທດຈາກໜັກໃຫ້ກາຍເປັນເບົາ, ສຳລັບຜູ້ກ່ຽວແມ່ນໄດ້ຮັບສາລະພາບວ່າ: ເປັນຄົນຊັກຊວນບຸກຄົນຕ່າງໆຈຳນວນຫຼາຍຄົນໃຫ້ເຂົ້າຮ່ວມກຸ່ມປະຕິການຂອງ ນາງ ຟ້າມລີຊາ ແລະ ທ້າວ ດ່າວມິ້ງກວັນ ຜູ້ເປັນຫົວໂປ່ໂຕການ, ໂຄສະນາເຜີຍແຜ່ຕໍ່ຕ້ານກັບແນວທາງຂອງພັກ-ລັດ ແລະ ສຸດທ້າຍຍັງບອກອີກວ່າ ຕອນນີ້ຜູ້ໃດທີ່ຍັງມີແນວຄິດຕໍ່ຕ້ານກັບລັດຖະບານ ຫຼື ກຳລັງເຂົ້າຮ່ວມກຸ່ມປະຕິການ ຂໍໃຫ້ອອກມາມອບຕົວໂດຍດ່ວນ.

ສ່ວນ ທ້າວ ທ້ຽນ ແມ່ນເປັນຄົນລົງມືວາງລະເບີດນ້ຳມັນທີ່ສະໜາມບິນສາກົນ ເຕິ້ນເຊິ້ນເຍີດ; ໃນນັ້ນ, ທ້າວ ໂງ້ຖຸ້ຍເຕື່ອງວີ ຜູ້ຖືກຫາອີກຄົນໜຶ່ງ ໄດ້ສາລະພາບກັບເຈົ້າໜ້າທີ່ວ່າ: ຕົນເອງບໍ່ໄດ້ເຂົ້າຮ່ວມກຸ່ມປະຕິການຂອງ ນາງ ຟ້າມລີຊາ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງກັບສະພາບການການເມືອງ. ຕົນເອງພຽງແຕ່ໄດ້ເຂົ້າຮ່ວມກຸ່ມສ້າງຄວາມບໍ່ສະຫງົບໃນສະຖານທີ່ສາທາລະນະ ຮ່ວມກັບ ທ້າວ ທ້ຽນ ເທົ່ານັ້ນ. ພ້ອມນັ້ນ, ຜູ້ກ່ຽວຍັງອ້າງວ່າ: ໃນໄລຍະທີ່ຕົນໄດ້ເຂົ້າຮ່ວມກໍ່ຄວາມບໍ່ສະຫງົບນັ້ນ ຕົນເອງກໍຢູ່ໃນໄລຍະຫວ່າງວຽກ; ດັ່ງນັ້ນ, ຈຶ່ງໄດ້ເຂົ້າຮ່ວມກຸ່ມກໍ່ເຫດ ແລະ ຕົນເອງໄດ້ເວົ້າກັບ ທ້າວ ທ້ຽນ ວ່າ: ຖ້າແມ່ນລະເບີດຊະນິດເປັນຄວັນ ບໍ່ມີອັນຕະລາຍຈຶ່ງຈະເຂົ້າຮ່ວມກໍ່ເຫດ. ສະນັ້ນ, ສານຕັດສິນຕັດອິດສະຫຼະພາບຕົນເອງ 11 ປີ ແມ່ນເຫັນວ່າໜັກເກີນໄປ, ຜູ້ກ່ຽວຈຶ່ງສະເໜີໃຫ້ຄະນະສານພິຈາລະນາ ແລະ ຕັດສິນຄືນໃໝ່.

ຜ່ານການສອບສວນລາຍລະອຽດ, ທ້າວ ທ້ຽນ ຮັບສາລະພາບຕື່ມວ່າ: ຫຼັງຈາກທີ່ມີການປຶກສາຫາລືກັບ ທ້າວ ວີ ແລ້ວ, ກາງຄືນຂອງວັນທີ 22 ເມສາ 2017 ທ້າວ ທ້ຽນ ໄດ້ນຳເອົາລະເບີດທີ່ກຽມໄວ້ໄປວາງໄວ້ຊັ້ນ 3 ຂອງຕຶກຄອກລົດ ຈຳນວນ 1 ໜ່ວຍ, ສ່ວນທີ່ຍັງເຫຼືອແມ່ນໃຫ້ ທ້າວ ວີ ແລະ ທ້າວ ຟາດ ໄປວາງໃສ່ເສົາເລກທີ 9 ຂອງຕຶກສາກົນ; ເມື່ອລະເບີດທີ່ວາງໃສ່ເສົາທີ 9 ເກີດລະເບີດຂຶ້ນ ກໍເຮັດໃຫ້ເກີດໄຟລຸກໄໝ້ ແລະ ແຂກຄົນທີ່ຢູ່ໃກ້ຄຽງນັ້ນເກີດຄວາມແຕກຕື່ນ ແລະ ຢ້ານກົວ.

ນາງ ຟ້າມລີຊາ ແມ່ນຖືກຂໍ້ຫາວ່າ ເປັນຄົນສະໜອງດ້ານການເງິນໃຫ້ກັບກຸ່ມກໍ່ການຮ້າຍ, ສ່ວນ ທ້າວ ຈຸ້ງ ກໍ່ຮ້ອງຂໍ ແລະ ບໍ່ຍອມຮັບຄວາມຜິດໃດໆ ໂດຍບອກວ່າຕົນແມ່ນສະມາຊິກ ແລະ ບໍ່ໄດ້ເຂົ້າຮ່ວມກຸ່ມປະຕິການໃດໆ ແລະ ກໍບໍ່ເຄີຍໄດ້ຮັບຜົນປະໂຫຍດ ຫຼື ຕິດຕໍ່ພົວພັນກັບ ນາງ ຟ້າມລີຊາ.

ເມື່ອເຈົ້າໜ້າທີ່ຖາມລະອຽດເລື່ອງການຮັບສາລະພາບຂອງຜູ້ກ່ຽວ, ທ້າວ ຈຸ້ງ ໄດ້ອ້າງວ່າ: ເວລານັ້ນກຳລັງຖືກກົດດັນ ແລະ ຄິດຮອດລູກຫຼາຍ, ເມື່ອໄດ້ຍິນເຈົ້າໜ້າທີ່ວ່າ ຖ້າຮັບສາລະພາບຄວາມຈິງ ແມ່ນຈະສົ່ງຕົວໃຫ້ກັບໄປຫາລູກ; ສະນັ້ນ, ຕົນຈຶ່ງຮັບສາລະພາບ.

ສ່ວນຍັງອີກຫຼາຍຜູ້ຖືກຫາທີ່ຖືກ ເຈົ້າໜ້າທີ່ ຈັບຕົວມາດຳເນີນການສອບສວນ ກໍຍັງປາກແຂງບໍ່ຍອມຮັບໃນການເຂົ້າຮ່ວມກໍ່ຄວາມບໍ່ສະຫງົບດັ່ງກ່າວ ແລະ ກໍມີການຖົກຖຽງ, ສະເໜີໃຫ້ສານພິຈາລະນາຄືນກ່ຽວກັບຂອດການລົງໂທດ ເພາະວ່າພວກເຂົາຄິດວ່າ: ໄດ້ຮັບໂທດເກີນການກະທຳຜິດຂອງຕົນ; ພວກເຂົາໄດ້ອ້າງການກະທຳຜິດຂອງຕົນ ແມ່ນຍັງບໍ່ທັນໄດ້ເຂົ້າຮ່ວມກໍ່ເຫດ, ພຽງແຕ່ມີແນວຄິດຕໍ່ຕ້ານລັດຖະບານ ແລະ ກໍຍັງບໍ່ທັນໄດ້ມີຜົນກະທົບທີ່ຮ້າຍແຮງຈາກການທີ່ພວກເຂົາ ໄດ້ເຂົ້າຮ່ວມ.

ທ້າຍປີ 2017, ສານປະຊາຊົນນະຄອນໂຮ່ຈິມິນ ໄດ້ນຳຄະດີ ທ້າວ ທ້ຽນ ຂຶ້ນມາພິຈາລະນາຕັດສິນຕາມລະບຽບກົດໝາຍ ເຊິ່ງສານໄດ້ເຫັນຄວນຕັດສິນຕັດອິດສະຫຼະພາບຜູ້ກ່ຽວ 16 ປີ, ທ້າວ ຊີງ 10 ປີ ແລະ ຜູ້ຮ່ວມຂະບວນການນໍາກັນແມ່ນ 4-14 ປີ, ເຊິ່ງທັງໝົດແມ່ນຖືກຫາໃນສະຖານກໍ່ການຮ້າຍ ແນໃສ່ຕໍ່ຕ້ານລັດຖະບານ. ນອກນັ້ນ, ຈຳເລີຍທັງໝົດຍັງຖືກຫ້າມເຄື່ອນໄຫວທາງສັງຄົມອີກ ຜູ້ລະ 3-5 ປີ ເມື່ອໝົດໂທດອອກມາ.

ສ່ວນ ນາງ ເລ້ທິທູເຟື້ອງ ອາຍຸ 22 ປີ ກໍຖືກສານຕັດສິນຕັດອິດສະຫຼະພາບ ບໍ່ໃຫ້ເຄື່ອນໄຫວທາງສັງຄົມ ເປັນເວລາ 1 ປີ 6 ເດືອນ ສະຖານປິດບັງການກະທຳຜິດ. ອົງການທີ່ກ່ຽວຂ້ອງໄດ້ຢືນຢັນວ່າ: ທ້າວ ກວັນ ແລະ ນາງ ຟ້າມລີຊາ ຍັງສັ່ງໃຫ້ ທ້າວ ທ້ຽນ ແລະ ກຸ່ມຂອງຜູ້ກ່ຽວກະກຽມກຳລັງ ເພື່ອມີແຜນການສ້າງຄວາມບໍ່ສະຫງົບອີກຫຼາຍບ່ອນໃນທົ່ວປະເທດຢ່າງແນ່ນອນ, ປັດຈຸບັນພວກກ່ຽວທັງສອງແມ່ນກຳລັງຖືກສັ່ງຕິດຕາມ ແລະ ຈັບຕົວສາກົນ.