ວັນທີ 15 ມິຖຸນາ 2018 ກອງບັນ ຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ໂດຍການເຜີຍແຜ່ຂອງ ພົຈວ ສີພັນ ວົງເຮືອງຄຳ ຄະນະ ປະຈຳພັກແຂວງ ເລຂາອົງຄະນະພັກຫົວໜ້າກອງບັນຊາການ ປກສ ແຂວງ ຈຳປາສັກ, ມີຄະນະພັກກອງບັນຊາ ການ, ຫົວໜ້າຫ້ອງ-ຮອງຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ພົຈວ ສີພັນ ວົງເຮືອງຄຳ ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ X ຜ່ານມາເຫັນວ່າ ປະເທດເຮົາຍັງຮັກສາໄດ້ສະຖຽນລະ ພາບທາງດ້ານການເມືອງ, ມີຄວາມເປັນລະ ບຽບຮຽບຮ້ອຍທາງດ້ານສັງຄົມເຖິງ ວ່າພວກກຸ່ມຄົນບໍ່ດີໄດ້ເຄື່ອນໄຫວ ທຳລາຍມ້າງເພລະບອບໃໝ່ຂອງພວກເຮົາ ດ້ວຍຫຼາຍຮູບການ, ກົນອຸບາຍຕ່າງໆ ກໍຕາມແຕ່ພວກເຮົາສາມາດແກ້ໄຂຄວບຄຸມບັນດາໜໍ່ແໜງ ທີ່ຈະພາໃຫ້ ເກີດບັນຫາຕ່າງໆໄດ້ເປັນຢ່າງດີ, ການພັດທະນາເສດຖະກິດ-ສັງຄົມກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການພົວ ພັນຮ່ວມມືກັບຕ່າງປະເທດຜູ້ນຳຂັ້ນສູງຂອງ ສປ ຈີນ ກໍໄດ້ມາຢ້ຽມຢາມ ແລະ ໃຫ້ທຶນຊ່ວຍເຫຼືອຫຼາຍລ້ານໂດລາ.
ພ້ອມນັ້ນ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສາຍພົວພັນ ລະຫວ່າງສອງຊາດລາວ-ກຳປູເຈຍ ນັບແຕ່ໄລຍະຕໍ່ສູ້ກູ້ຊາດຈົນມາຮອດປັດຈຸບັນຍົກໃຫ້ເຫັນສະພາບການ ແລະ ບັນ ຫາຕ່າງໆທີ່ເກີດຂຶ້ນຢູ່ຕາມຊາຍແດນ ແລະ ຍຸດທະສາດຕ່າງໆໃນການແກ້ໄຂໃນຕໍ່ໜ້າ.