ຫ້ອງ 509 ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນ ປະຈໍາປີ 2018 ໃຫ້ແກ່ ປກສ ກຸ່ມບ້ານໃນຈໍານວນ 4 ເມືອງ ຄື: ເມືອງໄຊ, ເມືອງຫຼາ, ເມືອງງາ ແລະ ເມືອງນາໝໍ້ ອ້ອມ ຂ້າງກອງບັນຊາການ ປກສ ແຂວງອຸດົມໄຊ ວັນທີ 18 ມິຖຸນາ 2018 ໂດຍ ການເຂົ້າຮ່ວມຂອງ ພັທ ສີວອນ ໄຊຍະ ວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຜູ້ຊີ້ນໍາວຽກງານຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງອຸດົມໄຊ, ບັນດາສະຫາຍຄະນະຫ້ອງຄຸ້ມຄອງ, ຄະນະຮັບຜິດຊອບວຽກງານຄຸ້ມຄອງສໍາມະໂນຄົວ ປກສ 4 ເມືອງ, ຄູຝຶກ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ແກ້ວ ເພັດມະນີຈັນ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງໄດ້ກ່າວວ່າ: ການ ເປີດຊຸດຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ຂອງ ພັກກ່ຽວກັບການປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນສະ ເພາະໜ້າ ແລະ ຍາວນານ, ເຮັດໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ກໍາລັງ ປກສ, ເຮັດໃຫ້ກໍາລັງ ປກສ ບໍລິການປະຊາຊົນໄດ້ຮັບຮູ້, ກໍາໄດ້ຫຼັກການ, ວິທີການເຄື່ອນໄຫວວຽກງານວິຊາສະເພາະ, ເຮັດ ໃຫ້ພື້ນຖານຂອງກໍາລັງປ້ອງກັນຄວາມສະຫງົບ ຢູ່ແຕ່ລະບ້ານ, ແຕ່ລະເມືອງໃນທົ່ວແຂວງມີຄວາມໜັກແໜ້ນທາງ ດ້ານການເມືອງ, ເຂັ້ມແຂງທາງການຈັດຕັ້ງ, ມີລະບຽບວິໄນ ແລະ ມີແບບແຜນໃນການເຮັດວຽກງານວິຊາສະເພາະ ສາມາດສະກັດກັ້ນບັນດາໜໍ່ແໜງຄວາມບໍ່ສະຫງົບດ້ານຕ່າງໆ ຢູ່ແຂວງອຸດົມໄຊ ໃຫ້ໝົດໄປເທື່ອລະກ້າວ, ສ້າງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານໃຫ້ມີລະດັບວິຊາສະເພາະ ອັນແນ່ນອນ.
ການຝຶກອົບຮົມດັ່ງກ່າວ ນັກສໍາມະນາກອນຈະໄດ້ຮ່ໍາຮຽນກ່ຽວກັບເອກະສານວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກໍາລັງ ປກສ ກຸ່ມບ້ານ-ປກສ ບ້ານ, ການຄຸ້ມຄອງອາຊີບ ແລະ ພາຫະນະພິເສດ, ການສ້າງຄອບຄົວ, ໜ່ວຍ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການສືບສວນ-ສອບສວນຂັ້ນພື້ນຖານ, ມາດຖານເງື່ອນໄຂຂຶ້ນ ແລະ ໂຈະການ ຂຶ້ນທະບຽນສໍາມະໂນຄົວໃຫ້ພົນລະເມືອງລາວ, ການປ້ອງກັນສະຖານທີ່ເກີດເຫດ, ການກວດກາ ແລະ ຄຸ້ມຄອງເປົ້າ ໝາຍ, ວຽກງານອອກບັດປະຈໍາຕົວ, ການຝຶກອົບຮົມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຈຶ່ງຈະສໍາເລັດ.