ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍແມ່ຍິງຫ້ອງການກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2018 ໂດຍການເປັນປະທານ ຂອງ ພັຕ ນາງ ຄຳຫວານ ສີບຸນເຮືອງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຫ້ອງການກອງບັນຊາການ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ພັທ ສົມຄິດ ດວງພະຈັນ ຄະນະພັກກອງບັນຊາ ການຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີສະຫະພັນແມ່ຍິງ-ຊາວໜຸ່ມກອງບັນຊາການ ແລະ ສະມາຊິກແມ່ຍິງພາຍໃນຫ້ອງເຂົ້າຮ່ວມ.

ຮອ ນາງ ຄໍາສຸກ ສີພະໄຊ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການກ່າວວ່າ: ໜ່ວຍສະຫະພັນແມ່ຍິງຫ້ອງ ການ ປກສ ແຂວງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ ແລະ ສູ້ຊົນສ້າງ ບຸກຄົນ 3 ດີ ໃຫ້ໄດ້ 95% ສ້າງໜ່ວຍ 3 ດີ ໃຫ້ໄດ້ຮັບຮອງ ຄັ້ງທີ 2-3 ຕໍ່ໆໄປ, ຕັ້ງໜ້າປັບປຸງການຈັດຕັ້ງໜ່ວຍ ແມ່ຍິງໃຫ້ເຂັ້ມແຂງສາມາດເຄື່ອນໄຫວມີປະສິດທິພາບ, ກໍ່ສ້າງສະມາຊິກເອື້ອຍ-ນ້ອງແມ່ຍິງໃຫ້ໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີແບບແຜນ ແລະ ມີລະບຽບວິໄນເຂັ້ມງວດ, ມີຄວາມ ຮູ້ຄວາມສາມາດທາງດ້ານວິຊາສະເພາະ, ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດວັດທະນະທຳ-ສັງຄົມ ກັບການສ້າງຂະບວນການຂອງແມ່ຍິງໃຫ້ຟົດຟື້ນ, ເອົາໃຈໃສ່ສ້າງຄອບຄົວຕົວແບບໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ ແລະ ພັດທະນາກອງທຶນຂອງໜ່ວຍແມ່ຍິງຫ້ອງການກອງບັນຊາການໃຫ້ມີການຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ 5 ສະຫາຍ ເລືອກເອົາ 3 ສະ ຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ຮອ ນາງ ຄຳສຸກ ສີພະໄຊ ເປັນຫົວ ໜ້າໜ່ວຍແມ່ຍິງ , ຮທ ນາງ ສວນຄຳສຸກ ວົງມະນີ ເປັນຮອງ, ຮອ ນາງ ພິມພາ ແກ້ວມີໄຊ ເປັນຄະນະ.
ພ້ອມນີ້ ພັທ ສົມຄິດ ດວງພະຈັນ ໄດ້ເນັ້ນໃຫ້ຄະນະໜ່ວຍແມ່ຍິງຊຸດໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ວຽກງານການເມືອງ ແນວຄິດສ້າງແບບແຜນວິທີເຮັດວຽກແບບແຜນວິທີນຳພາໃຫ້ສູງຂຶ້ນເພື່ອຊີ້ນຳ-ນໍາພາເອື້ອຍນ້ອງແມ່ຍິງກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ.