ຄະນະສະຫະພັນແມ່ຍິງກົມໃຫຍ່ສັນຕິບານກະຊວງ ປກສ ນຳໂດຍ ພັທ ນາງ ສິວິໄລ ທຳມະສິດ ປະທານສະຫະພັນ ແມ່ຍິງກົມໃຫຍ່ສັນຕິບານ ພ້ອມຄະນະໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ປະຊາຊົນບ້ານກໍໄຮ, ບ້ານອອມ ແລະ ບ້ານຖ້ຳໂລ້ ເມືອງອະນຸວົງ ແຂວງໄຊສົມບູນ ລວມມູນຄ່າ 12. 350.000 ກີບ ໃນວັນທີ 19 ມິຖຸນາ 2018 ເປັນກຽດ ເຂົ້າຮ່ວມ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີກອງກໍ່ສ້າງຮາກຖານການ ເມືອງ, ປກສ ເມືອງ, ປກສ ກຸ່ມບ້ານ, ອຳນາດການປົກຄອງ ຕະຫຼອດພໍ່-ແມ່ປະຊາຊົນເຂົ້າຮ່ວມ.
ພັທ ນາງ ສິວິໄລ ກ່າວວ່າ: ການນຳເອົາເຄື່ອງມາມອບໃຫ້ປະຊາຊົນທັງສາມບ້ານຄັ້ງນີ້ ເພື່ອເປັນການຊ່ວຍເຫຼືອ ຄອບຄົວທີ່ທຸກຍາກ ເພື່ອໃຫ້ຄອບຄົວດັ່ງກ່າວມີຊີວິດທີ່ດີຂຶ້ນໃນລະດັບໜຶ່ງ, ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນ ສະຫະພັນແມ່ຍິງກົມໃຫຍ່ສັນຕິບານ ໄດ້ຮ່ວມແຮງຮ່ວມໃຈກັນລະດົມຂົນຂວາຍຈາກຜູ້ທີ່ມີຈິດໃຈໃສສັດທາຈົນ ໄດ້ເຄື່ອງຈຳນວນດັ່ງກ່າວມາມອບໃຫ້ພໍ່-ແມ່ປະຊາຊົນທັງ 3 ບ້ານ, ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ເພື່ອເປັນກໍາລັງແຮງໃຈໃຫ້ເຂົາເຈົ້າໃນ ການທໍາມາຫາລ້ຽງຊີບຕໍ່ໄປ.
ພັອ ພິມພາ ທິຖາວອນ ຕາງໜ້າປະຊາຊົນທັງ 3 ບ້ານ ສະແດງຄວາມຂອບໃຈຕໍ່ກັບຄະນະສະຫະພັນແມ່ຍິງກົມ ໃຫຍ່ສັນຕິບານ ທີ່ໄດ້ລົງມາມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເຫັນໄດ້ຄວາມໝາຍ-ຄວາມສຳຄັນ ແລະ ຄວາມເປັນ ຫ່ວງເປັນໄຍໃນການຊ່ວຍເຫຼືອບັນດາບ້ານ, ຄອບຄົວທີ່ທຸກຍາກດັ່ງກ່າວ.