ນັບແຕ່ຕົ້ນປີ 2018 ມາເຖິງປັດຈຸບັນ, ມີນັກສຶກສາຈຳນວນ 29 ຄົນ ທີ່ເສຍຊີວິດໃນ 16 ເຫດການຄົນຮ້າຍຍິງປືນຖະຫຼົ່ມໃນໂຮງຮຽນທີ່ປະເທດອາເມລິກາ ເຊິ່ງໄດ້ກາຍເປັນປີແຫ່ງການເສຍຊີວິດນັກຮຽນຫຼາຍທີ່ສຸດ; ຕໍ່ກັບເຫດກາທີ່ເກີດຂຶ້ນດັ່ງກ່າວ ໄດ້ກະທົບເຖິງສະພາບການຄຸ້ມຄອງອາວຸດ ແລະ ການນຳໃຊ້ອາວຸດຂອງໄວໜຸ່ມໃນປັດຈຸບັນ.

ຕາມສະຖິຕິຂອງສື່ Washington Post ໃຫ້ຮູ້ວ່າ: ເຖິງວ່າປີ 2018 ຫາກໍບໍ່ເທົ່າໃດເດືອນ ແຕ່ຕົວເລກການເສຍຊີວິດຂອງເດັກນ້ອຍ-ນັກສຶກສາເສຍຊີວິດຈາກເຫດການຖືກກຸ່ມຄົນຮ້າຍກໍ່ເຫດໃຊ້ປືນຍິງຖະຫຼົ່ມໃນກຸ່ມນັກຮຽນ ແມ່ນໄດ້ກາຍເປັນປີພົ້ນເດັ່ນຂອງການເສຍຊີວິດຂອງນັກຮຽນ ແລະ ຄູ-ອາຈານ ໃນປະເທດອາເມລິກາ, ຕົວເລກການເສຍຊີວິດດັ່ງກ່າວ ອາດເວົ້າໄດ້ວ່າສູງກວ່າຕົວເລກນັກຮົບທີ່ເສຍຊີວິດໃນສະໜາມຮົບນຳອີກ.

ໃນໄລຍະເວລາດຽວກັນນີ້, ມີພະນັກງານ-ນັກຮົບທີ່ຂຶ້ນກັບກຳລັງປ້ອງກັນຄວາມສະຫງົບ ອາເມລິກາ ເສຍຊີວິດພຽງແຕ່ 13 ຄົນ; ໃນ 7 ເຫດການຕ່າງກັນ, ໃນນັ້ນມີພະນັກງານເສຍຊີວິດຈາກເຮືອບິນຕົກ 7 ຄົນ ໃນໄລຍະເດືອນມີນາ ທີ່ປະເທດອີລັກ ແລະ ອີກ 3 ຄົນ ແມ່ນເສຍຊີວິດ ເຊິ່ງບໍ່ກ່ຽວຂ້ອງກັບເຫດການເກີດຈາກການໃຊ້ຄວາມຮຸນແຮງ.

ສື່ Washington Post ໄດ້ເນັ້ນອີກວ່າ: ເຫດການເຫຼົ່ານີ້ ແມ່ນບໍ່ເຄີຍເກີດຂຶ້ນຖ້າທຽບໃສ່ເມື່ອຫຼາຍປີຜ່ານມາ, ຕົວເລກຂອງນັກຮົບທີ່ເສຍຊີວິດໃນສະໜາມຮົບ ແມ່ນຈະສູງກວ່າຕົວເລກຂອງປະຊາຊົນໃນປະເທດສະເໝີ ໂດຍສະເພາະແມ່ນຕົວເລກການເສຍຊີວິດຈາກເຫດການຍິງຖະຫຼົ່ມນັກຮຽນໃນໂຮງຮຽນແຫ່ງໜຶ່ງ.

ເຖິງຢ່າງໃດກໍຕາມ, ຕົວເລກການເສຍຊີວິດຂອງນັກຮຽນ ເມື່ອທຽບໃສ່ປີ 2005 ແມ່ນສູງເຖິງ 3 ເທົ່າ, ເພາະນັບແຕ່ວັນທີ 1 ມັງກອນ 2018 ມີນັກຮຽນເສຍຊີວິດຈາກເຫດການບຸກຍິງໂຮງຮຽນ ເຖິງ 29 ຄົນ. ນອກຈາກເຫດການຖືກຍິງຖະຫຼົ່ມໂຮງຮຽນແລ້ວ ຕົວເລກການເສຍຊີວິດແມ່ນຍັງມາຈາກເຫດການຂ້າຕົວຕາຍ ເຊິ່ງສະຖານທີ່ດັ່ງກ່າວແມ່ນສະຖານທີ່ທີ່ມີສະຖິຕິການເສຍຊີວິດຈາກການຂ້າຕົວຕາຍສູງສົມຄວນ.

ສື່ຂ່າວ Washington Post ລາຍງານຕື່ມວ່າ: ຈຳນວນຜູ້ເສຍຊີວິດສ່ວນໃຫຍ່ໃນເຫດການຖືກກຸ່ມຄົນຮ້າຍຍິງຖະຫຼົ່ມນັ້ນ ແມ່ນນັກຮຽນຊັ້ນມໍປາຍ Marjory Stoneman Douglas ຢູ່ເມືອງ Parkland ທີ່ຂຶ້ນກັບລັດຟໍຣິດາ; ເຫດແມ່ນເກີດໃນວັນທີ 14 ກຸມພາ 2018 ໂດຍເປົ້າໝາຍຊື່ ທ້າວ Nikolas Cruz ໄດ້ບຸກເຂົ້າຫ້ອງຮຽນໃຊ້ປືນຫຼວງ AR-15 ຍິງຖະຫຼົ່ມ ເຮັດໃຫ້ມີຄົນເສຍຊີວິດ 17 ຄົນ.

ຫຼ້າສຸດ ວັນທີ 18 ພຶດສະພາ, ໄດ້ເກີດເຫດຍິງຖະຫຼົ່ມທີ່ໂຮງຮຽນປະຖົມ Santa Fe ເຮັດໃຫ້ມີຄົນເສຍຊີວິດ 10 ຄົນ ແລະ ບາດເຈັບອີກ 10 ຄົນ. ນີ້ແມ່ນໜຶ່ງໃນເຫດການບຸກຍິງຢ່າງໂຫດຮ້າຍທີ່ສຸດໃນປະຫວັດສາດຂອງນັກຮຽນທີ່ລັດເທັກຊັດ; ຕາມການເປີດເຜີຍຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ກໍ່ເຫດແມ່ນ ທ້າວ Dimitrios Pagourtzis ອາຍຸພຽງ 17 ປີ ຜູ້ກ່ຽວໄດ້ນຳໃຊ້ປືນສອງຊະນິດຍິງຖະຫຼົ່ມໃສ່ໝູ່ໃນຫ້ອງຮຽນດຽວກັນ. ປືນທັງສອງກະບອກ ແມ່ນເປັນປືນທີ່ຖືກອະນຸຍາດນຳໃຊ້ຖືກຕ້ອງຂອງພໍ່ຜູ້ກໍ່ເຫດ; ນອກຈາກໃຊ້ປືນຍິງຖະຫຼົ່ມແລ້ວ ຜູ້ກ່ຽວຍັງໄດ້ໃຊ້ລະເບີດປະດິດເອງ ດຶກເຂົ້າຫ້ອງຮຽນ. ທ້າວ Dimitrios Pagourtzis ແມ່ນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມກົດໝາຍ ເຊິ່ງເບື້ອງຕົ້ນໄດ້ວາງຂໍ້ຫາໃສ່ຜູ້ກ່ຽວຫຼາຍຂໍ້ຫາ ລວມທັງຂໍ້ຫາຄາດຕະກຳຜູ້ອື່ນໂດຍເຈດຕະນາ ພ້ອມນັ້ນສານໄດ້ສັ່ງລົງໂທດປະຫານຊີວິດຕໍ່ກັບຜູ້ກ່ຽວ.