ຂ່າວຕ່າງປະເທດລາຍງານໃນ ວັນທີ 20 ມິຖຸນາ ທີ່ຜ່ານມາວ່າ: ສຳນັກຂ່າວເອເອຟີ ລາຍງານວຸທິ ສະພາການາດາ ລົງມະຕິໃນວັນທີ 19 ມິຖຸນາ ທີ່ຜ່ານມາ ໃຫ້ກັນຊາ ເປັນສິ່ງທີ່ຖືກກົດໝາຍ ໃນການາ ດາ; ເຊິ່ງເປັນປະເທດທຳອິດ ໃນ ກຸ່ມປະເທດອຸດສະຫະກຳໃຫຍ່ 7 ປະເທດ ຫຼື G7 ທີ່ອະນຸມັດໃຫ້ ມີການໃຊ້ ແລະ ຜະລິດສານອອກລິດຕໍ່ປະສາດ ນີ້.
ກ່ອນໜ້ານີ້, ສະພາປະຊາຊົນ ໄດ້ລົງມະຕິຜ່ານຮ່າງກົດໝາຍສະ ບັບດັ່ງກ່າວນີ້ ດ້ວຍຄະແນນ 205 ຕໍ່ 82 ສຽງ, ແຕ່ກ່ອນທີ່ຈະມີການ ບັງຄັບໃຊ້ກົດໝາຍສະບັບນີ້ ຈະ ຕ້ອງໄດ້ຮັບການອະນຸມັດຈາກຜູ້ ນຳສູງສຸດຂອງການາດາ; ເຊິ່ງການ ລົງມະຕິດັ່ງກ່າວ ເປັນພຽງຂັ້ນຕອນ ທາງພິທີການຢ່າງເປັນທາງການ ເທົ່ານັ້ນ. ໂດຍຄາດວ່າຈະມີຜົນ ບັງຂັບໃຊ້ໃນເດືອນກັນຍານີ້.
ທັງນີ້, ການລົງມະຕິຜ່ານຮ່າງ ກົດໝາຍດັ່ງກ່າວເປັນການຍຸດຕິ ການຫ້າມໃຊ້ກັນຊາໃນການາດາ ທີ່ກຳນົດຂຶ້ນ ມານັບຕັ້ງແຕ່ປີ 1923 ແຕ່ມີການອະນຸຍາດໃຫ້ໃຊ້ສຳລັບ ທາງການແພດຢ່າງຖືກກົດໝາຍ ຕັ້ງແຕ່ປີ 2001 ທີ່ຜ່ານມາ.
ການເຮັດໃຫ້ກັນຊາເປັນເລື່ອງ ທີ່ຖືກກົດໝາຍ ເປັນຄຳໝັ້ນສັນ ຍາໃນການຫາສຽງເລືອກຕັ້ງໃນປີ 2005 ຂອງນາ ຍົກລັດຖະມົນຕີ ຈັດຕິນ ທຣູໂດ ທີ່ຍອມຮັບວ່າ ເຄີຍສູບກັນຊາກັບໝູ່ປະມານ 5-6 ຄັ້ງ ລວມເຖິງຫຼັງໄດ້ຮັບການ ເລືອກຕັ້ງເປັນສະມາຊິກລັດສະ ພາ.