ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດຕັ້ງເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນວັນທີ 21 ມິຖຸນາ 2018 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ສຊປລ ຮັບຮູ້-ເຂົ້າໃຈ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ສຊປລ.

ສະຫາຍ ນວນທອງ ສຸວັນວິໄຊ ຄະນະບໍລິຫານງານພັກ ສຊປລ ໄດ້ເຜີຍແຜ່ຄໍາແນະນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານປະຈໍາປີ 2017 ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 100/ຄຈສພ ວັນທີ 19 ກຸມພາ 2018; ເຊິ່ງເນື້ອໃນຂອງກອງປະຊຸມແມ່ນໄດ້ຕີລາຄາຜົນໄດ້ຮັບໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ດ້ານວຽກງານຈັດຕັ້ງພັກແມ່ນສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ການຈັດຕັ້ງພັກ ແລະ ຖັນແຖວສະມາຊິກພັກເພີ່ມຂຶ້ນ, ຖ້າທຽບໃສ່ປີ 2016 ຈໍານວນຮາກຖານພັກ ເພີ່ມຂຶ້ນ 410 ຮາກຖານພັກ, ຂະບວນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຕິດພັນກັບຂະບວນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ມີຫຼາຍໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຫຼາຍສະໄໝຕິດຕໍ່ກັນ, ມາຮອດປັດຈຸບັນມີໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຈໍານວນ 11.359 ໜ່ວຍພັກ; ເວົ້າລວມແລ້ວ, ບັນດາການຈັດຕັ້ງພັກຢູ່ຂັ້ນຮາກຖານສືບຕໍ່ໄດ້ຮັບການປັບປຸງ, ຫຼາຍໜ່ວຍພັກຢູ່ສໍານັກງານ-ອົງການ ສາມາດຮູ້ນໍາພາຮອບດ້ານຢູ່ພາຍໃນກົມກອງຂອງຕົນ, ປະສິດທິຜົນຂອງວຽກງານດີຂຶ້ນກວ່າເກົ່າ, ໜ່ວຍພັກບ້ານໄດ້ນໍາພາອົງການປົກຄອງພັດທະນາບ້ານ, ສ້າງກອງທຶນຂອງບ້ານ, ນໍາພາການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ.

ນອກນີ້, ໃນກອງປະຊຸມຍັງໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາສັ່ງຂອງຄະນະເລຂາສູນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.