ຫ້ອງການຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ( ຄບຕ ) ຮ່ວມກັບຫ້ອງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ລົງເຮັດສັນຍາຮັກສາຄວາມສະອາດກັບແຕ່ລະຄອບຄົວທີ່ຕິດກັບເສັ້ນທາງອາຊຽນ ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນກໍລະກົດ 2018 ນີ້.

ເຈົ້າໜ້າທີ່ ຄບຕ ເປີດເຜີຍວ່າ: ເພື່ອສືບຕໍ່ໂຄງການວຽງຈັນສະອາດ ຫ້ອງການ ຄບຕ ນວ ໄດ້ສົມທົບກັບຫ້ອງການປົກຄອງເມືອງ ແລະ ອໍານาາດການປົກຄອງບ້ານທີ່ກ່ຽວຂ້ອງລົງເຮັດສັນຍາກັບຄອບຄົວທີ່ຕິດກັບແຄມທາງ ເພື່ອຮັບຜິດຊອບຄວາມສະອາດໃນເບື້ອງຕົ້ນ; ສໍາລັບເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາເສັ້ນທາງຖະໜົນອາຊຽນ ແລະ ການເຮັດສັນຍາຈະໃຫ້ສໍາເລັດໃນເດືອນໜ້ານີ້.

ເຊິ່ງໂຄງການວຽງຈັນສະອາດ, ຫ້ອງການ ຄບຕ ໄດ້ກໍານົດເອົາ 4 ເມືອງໃນຄື: ເມືອງສີສັດຕະນາກ ກໍານົດເອົາເສັ້ນທາງທ່າເດື່ອ, ເມືອງສີໂຄດຕະບອງ ກໍານົດເອົາເສັ້ນທາງສຸພານຸວົງ, ເມືອງໄຊເສດຖາ ໄດ້ກໍານົດເອົາເສັ້ນທາງກໍາແພງເມືອງ-ເສັ້ນທາງໄກສອນ ແລະ ເສັ້ນທາງອາຊຽນ ຂອງເມືອງຈັນທະບູລີ, ສ່ວນເມືອງອື່ນໆກໍປະຕິບັດໄປພ້ອມໆກັນ.