ບໍ່ເຊື່ອກໍຕ້ອງລອງວ່າ ນ້ຳສົ້ມສາຍຊູທີ່ເຮົາມີໄວ້ປະສົມກັບອາຫານ ມັນຈະມີປະໂຫຍດຫຼາຍກວ່ານັ້ນ ເພາະປະໂຫຍດອີກຢ່າງໜຶ່ງຂອງນ້ຳສົ້ມສາຍຊູ ກໍຄືຊ່ວຍໃນເລື່ອງຂອງການໃຊ້ອະນາໄມ ຫຼື ເຮັດຄວາມສະອາດໄດ້ຢ່າງມີປະສິດທິພາບ ໂດຍສະເພາະນຳໃຊ້ຊັກເຄື່ອງນຸ່ງ ຈະຊ່ວຍທຳຄວາມສະອາດໄດ້ເລິກເຖິງທຸກເສັ້ນໄຍຜ້າ, ເປັນມິດກັບສິ່ງແວດລ້ອມ, ລາຄາບໍ່ແພງ ແຖມຍັງໄດ້ປະສິດທິພາບຫຼາຍກວ່າແຟບບາງຍີ່ຫໍ້ນຳອີກ ເມື່ອມີນ້ຳສົ້ມສາຍຊູໄປໃຊ້ເຂົ້າໃນການຊັກເຄື່ອງແທນແຟັບຈະມີຜົນດີຕໍ່ເຄື່ອງດັ່ງຕໍ່ໄປນີ້:

– ຄົງຄວາມນຸ່ມຂອງຜ້າເອົາໄວ້
ຄວາມນຸ່ມສະບາຍຂອງຜ້າແພບາງຊະນິດທີ່ເຮັດໃຫ້ເຮົາມັກຈະຈັບຂຶ້ນມາຕຸ້ມມາຫົ່ມ ຍ້ອນຄວາມນຸ່ມນວນຂອງ ເນື້ອຜ້າດັ່ງກ່າວ ແຕ່ເມື່ອໃຊ້ຜ້າແພນັ້ນໄປດົນໆ ຜ່ານການຊັກຫຼາຍເທື່ອກໍຈະເຮັດໃຫ້ຄວາມນຸ່ມນັ້ນຫາຍໄປຢ່າງໜ້າເສຍດາຍ; ສຳລັບທ່ານໃດທີ່ກຳລັງຄິດເຖິງ ການສຳຜັດເນື້ອຜ້າອັນອ່ອນນຸ່ມສະບາຍຂອງຜ້າທີ່ໃຊ້ດົນແລ້ວ ສາມາດເຮັດໃຫ້ເນື້ອຜ້າກັບມານຸ່ມໄດ້ອີກຄັ້ງ ພຽງແຕ່ປະສົມນ້ຳສົ້ມສາຍຊູ 1 ຖ້ວຍ ລົງໃນຕູ້ຊັກເຄື່ອງ ແລ້ວນຳຜ້ານັ້ນໄປຊັກຕາມປົກກະຕິ ຄວາມນຸ່ມນວນຂອງເນື້ອຜ້າຈະກັບມາອີກຄັ້ງ.

– ຂ້າເຊື້ອພະຍາດໄດ້ຢ່າງສະອາດ
ຄວາມສາມາດສຸດພິເສດຂອງນ້ຳສົ້ມສາຍຊູຍັງບໍ່ໝົດພຽງເທົ່ານັ້ນ, ນ້ຳສົ້ມສາຍຊູຍັງເຮັດໜ້າທີ່ເປັນນ້ຳຢາຂ້າເຊື້ອພະຍາດຢ່າງດີອີກຕ່າງຫາກ ພຽງແຕ່ປະສົມນ້ຳສົ້ມສາຍຊູ 2 ຖ້ວຍ ລົງໃນຕູ້ຊັກເຄື່ອງແທນແຟບ ກໍຈະຊ່ວຍໃຫ້ສິ່ງສົກກະປົກ ຫຼື ຮອຍເປື້ອນຕ່າງໆທີ່ຕິດຢູ່ນຳເຄື່ອງນຸ່ງໝົດກ້ຽງບໍ່ມີເຫຼືອ.

– ເຄື່ອງບໍ່ຕາຍສີອີກຕໍ່ໄປ
ໃຜຈະໄປຄິດວ່າ ນ້ຳສົ້ມສາຍຊູພຽງແຕ່ 1 ຖ້ວຍ ຈະເຮັດໜ້າທີ່ຂອງມັນໄດ້ເກີນກວ່າທີ່ທ່ານຈະຈິນຕະນາການ ເຊັ່ນ: ຮັກສາສະພາບສີຂອງເຄື່ອງນຸ່ງໄວ້ບໍ່ໃຫ້ສີອອກເປື້ອນເສື້ອຕົວອື່ນ ຖ້າບໍ່ໝັ້ນໃຈກໍລອງແຊ່ເຄື່ອງນຸ່ງໄວ້ໃນນ້ຳທີ່ປະສົມນ້ຳສົ້ມສາຍຊູ ແລ້ວຈະຮູ້ເລີຍວ່າສີບໍ່ຈາງອອກແນ່ນອນ.

– ເສື້ອຂາວກັບມາຂາວຂຶ້ນກວ່າເກົ່າ
ເສື້ອສີຂາວເປັນສີທີ່ເບິ່ງແຍງໄດ້ຍາກທີ່ສຸດ ເພາະວ່າເວລາມັນເປື້ອນແລ້ວ ເບິ່ງເຫັນໄດ້ງ່າຍທີ່ສຸດ ຖ້າເປັນຮອຍເປື້ອນແລ້ວກໍບໍ່ຢາກຈັບມານຸ່ງອີກຕໍ່ໄປ, ແຕ່ມື້ນີ້ເຮົາມີທາງແກ້ບັນຫານີ້ແລ້ວ, ນຳນ້ຳສົ້ມສາຍຊູພຽງ 2 ຖ້ວຍ ປະສົມກັບນ້ຳສະອາດ 5 ຈອກ ນຳໄປແຊ່ເຄື່ອງນຸ່ງປະໄວ້ໜຶ່ງຄືນກໍຈະເຮັດໃຫ້ສິ່ງສົກກະປົກທີ່ເຄີຍຕິດຢູ່ຫາຍໄປໝົດຄືກັນກັບໄດ້ເສື້ອຜ້າຕົວໃໝ່ກັບຄືນມາ.

ກິ່ນເຫື່ອທີ່ຕິດມາກັບເຄື່ອງ ສ່ວນຫຼາຍຊັກແບບທຳມະດາແມ່ນບໍ່ໝົດ ເພາະຮອຍເປື້ອນ ແລະ ກິ່ນແມ່ນຝັງແໜ້ນ ແຕ່ຖ້າໄດ້ລອງໃຊ້ນ້ຳສົ້ມສາຍຊູແທນແຟບ ຮັບຮອງວ່າກິ່ນອັບຊື້ນຈະຫາຍໄປ.