ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດຕັ້ງເຜີຍແຜ່ເອກະສານສະພາບການຊາຍແດນ ລາວ-ກໍາປູເຈຍ ໃນວັນທີ 19 ມິຖຸນາ 2018 ໂດຍການເຜີຍແຜ່ຂອງ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີພະນັກງານ-ນັກຮົບທົ່ວກໍາລັງ ປກສ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ພັອ ສົມໄຊ ພູລະຄໍາມະນີ ກ່າວວ່າ: ໃນປີ 1995 ລັດຖະບານສອງປະເທດ ກໍຄື ລາວ-ກໍາປູເຈຍ ໄດ້ຕົກລົງກັນໃຫ້ມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍອີງໃສ່ 4 ຫຼັກການພື້ນຖານທີ່ໄດ້ຕົກລົງກັນດັ່ງນີ້: ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ຕົກເປັນຫົວເມືອງຂຶ້ນ ໂດຍອີງຕາມແຜນທີ່ 1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງ ພິມອອກແຕ່ ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ, ບົນພື້ຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ, ບົນພື້ນຖານຄໍານຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງທີ່ສືບທອດກັນມາຫຼາຍເຊັ່ນຄົນ, ພື້ນຖານຂອງຄວາມສະເໝີພາບ, ທ່ຽງທໍາ, ສົມເຫດສົມຜົນ ແລະ ເປັນເອກະພາບຢ່າງສົມບູນ; ປີ 2000 ສອງຝ່າຍໄດ້ເລີ່ມສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນເຖິງປີ 2017 ທັງສອງຝ່າຍສາມາດສໍາຫຼວດທິດເນັ່ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງສໍາເລັດ 465 ກິໂລແມັດ ຂອງເສັ້ນຊາຍແດນທັງໝົດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ 121 ຫຼັກ, ບໍ່ທັນໄດ້ສໍາຫຼວດ ແລະ ປັກຫຼັກໝາຍບໍລິເວນດັ່ງກ່າວນີ້ນັບແຕ່ຫຼັກໝາຍຊາຍແດນ ເລກທີ 078 ລຽບຕາມລໍານໍ້າເຊກອງ ຂຶ້ນໄປຫາແກ້ງຕໍມໍຄອຍ-ຫ້ວຍຕະເງົາ ມີຄວາມຍາວປະມານ 24 ກິໂລແມັດ ແລະ ຈາກແກ້ງຕໍມໍຄອຍ-ແກ້ງກະໂຕມ 16 ກິໂລແມັດ, ພື້ນທີ່ດັ່ງກ່າວແມ່ນຍັງຕົກລົງກັນບໍ່ໄດ້ ຍ້ອນວ່າທັດສະນະຂອງສອງຝ່າຍບໍ່ຄືກັນ, ຝ່າຍລາວແມ່ນອີງໃສ່ 4 ຫຼັກການທີ່ໄດ້ຕົກລົງກັນ ແລະ ແຜນທີ່ທີ່ກ່ຽວຂ້ອງ, ສ່ວນກຳປູເຈຍ ແມ່ນອີງໃສ່ແຜນທີ່ 1 ສ່ວນ 100.000 ປີ 1955 ເຊິ່ງມັນຂັດກັບຫຼັກການທີ່ໜຶ່ງທີ່ໄດ້ຕົກລົງກັນ; ເມື່ອມີຄວາມຫຍຸ້ງຍາກແນວນັ້ນ, ນາຍົກລັດຖະມົນຕີທັງສອງປະເທດໄດ້ເຫັນດີເປັນເອກະພາບກັນວ່າ: (ບໍລິເວນນີ້ເປັນຈຸດຄົງຄ້າງມິດຕະພາບ) ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆ, ໃຫ້ຮັກສາສະພາບເດີມຢູ່ບໍລິເວນນີ້ຈົນກວ່າຈະມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສຳເລັດ.

ຄວາມເຄັ່ງຕຶງທີ່ເກີດຂຶ້ນຢູ່ບໍລິເວນແກ້ງຕໍມໍ-ຫວ້ຍຕະເງົາ ແມ່ນເລີ່ມມາແຕ່ເດືອນກຸມພາ 2017 ຊຶ່ງຝ່າຍລາວໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍ ຢູ່ບໍລິເວນດັ່ງກ່າຝ່າຍລາວໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆ ເພື່ອສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນ ເພື່ອຮັກສາສະພາບເດີມໄວ້ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນການແກ້ໄຂ; ບັນຫາເຂດຊາຍແດນຖືວ່າ ເປັນບັນຫາຄວາມລະອຽດອ່ອນ, ຫໍ່ຼແຫຼມ, ທ້າທ້າຍ ທັງເປັນການທົດສອບຕໍ່ຄວາມທໍລະຫົດອົດທົນໃນການຮັກສາຜົນປະໂຫຍດຂອງຊາດ ເພື່ອຊອກຫາວິທີການແກ້ໄຂຕາມແນວທາງນະໂຍບາຍຂອງພັກ, ຫຼີກລ່ຽງການປະທະກັນ, ພ້ອມຄົ້ນຄວ້າຊອກຫາວິທີທາງເພື່ອດໍາເນີນການແກ້ໄຂຮ່ວມກັນຕາມຫຼັກການທີ່ສອງຝ່າຍ ໄດ້ເຫັນດີຕົກລົງກັນຈົນກວ່າເຂດຄົງຄ້າງ ຈະໄດ້ຮັບການສໍາຫຼວດ ແລະ ປັກຫຼັກໝາຍຢ່າງຖາວອນ.