ໃນໄລຍະ 6 ເດືອນຕົ້ນປີ 2018 ສະພາບການສັນຈອນຕາມທ້ອງຖະໜົນພາຍໃນແຂວງຄໍາມ່ວນ ໂດຍລວມຍັງມີ ຄວາມເປັນລະບຽບຮຽບຮ້ອຍດີ, ຜູ້ຂັບຂີ່ກໍພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກ ຕະຫຼອດຮອດ ການປັບປຸງຖະໜົນຫົນທາງ; ໃນນີ້, ຕໍ່ກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກໍສຸມໃສ່ວຽກ ງານວິຊາສະເພາະ ເພື່ອຮັບປະກັນໃຫ້ການສັນຈອນມີຄວາມສະດວກ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດ, ແຕ່ໃນ ຄວາມເປັນຈິງ ກໍຍັງມີຜູ້ຂັບຂີ່ຈໍານວນບໍ່ໜ້ອຍຍັງມີ ການລະເມີດກົດລະບຽບການສັນຈອນທີ່ວາງອອກ ນໍາໄປສູ່ ການເກີດອຸບັດຕິເຫດ ແລະເສຍຊີວິດ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ບັນຫາການເກີດອຸບັດຕິເຫດຕາມທ້ອງ ຖະໜົນໃນ 6 ເດືອນຕົ້ນປີຂອງແຂວງຄຳມ່ວນ, ຍິ່ງນັບມື້ນັບເພີ່ມຂຶ້ນ ບັນຫາຫຼັກກໍຍ້ອນນັກຂັບຂີ່ຈຳນວນໜຶ່ງຖື ເບົາຕໍ່ລະບຽບກົດຈາລະຈອນ ເປັນຕົ້ນແມ່ນເມົາແລ້ວຂັບຂີ່ລົດໄວເກີນກຳນົດ, ບໍ່ໃສ່ໝວກກັນກະທົບ, ຕັ້ງກຸ່ມແກ້ງ ແຂ່ງລົດກວນເມືອງ, ດັດແປງສະພາບເຕັກນິກລົດ, ລ່ວງປ້າຍຫ້າມ, ລ້ຽວບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ ໃນການໃຊ້ລົດໃຊ້ຖະໜົນ ແລະ ຈອດລົດຊະຊາຍຕາມຂອບທາງ, ເຊິ່ງມັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນຫຼວງ ອັນເປັນສາເຫດໜຶ່ງທີ່ພາໃຫ້ເກີດອຸບັດຕິເຫດ. ຮ້າຍແຮງໄປກວ່າ ນັ້ນ, ຍັງມີບາງຄະດີຕຳແລ້ວໜີ; ເຊິ່ງມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງພົນລະເມືອງຢ່າງ ຫຼວງຫຼາຍ; ໃນ 6 ເດືອນຕົ້ນປີຜ່ານມາ, ທົ່ວແຂວງຄຳມ່ວນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 96 ຄັ້ງ ມີພາຫະນະເປ່ ເພ ທັງໝົດ 143 ຄັນ, ໃນນີ້ ເປ່ເພເລັກໜ້ອຍ 96 ຄັນ, ເປ່ເພສົມຄວນ 58 ຄັນ, ໃຊ້ການບໍ່ໄດ້ 78 ຄັນ ແລະ ຄົນ ໄດ້ຮັບບາດທັງໝົດ 135 ຄົນ, ບາດເຈັບເລັກໜ້ອຍ 54 ຄົນ, ບາດເຈັບສົມຄວນ 46 ຄົນ, ບາດເຈັບສາຫັດ 35 ຄົນ ແລະ ເສຍຊີວິດ 34 ຄົນ; ໃນນີ້, ເມືອງທ່າແຂກເສຍຊີວິດ 9 ຄົນ, ເມືອງຫີນບູນ 3 ຄົນ, ຍົມມະລາດ 5 ຄົນ, ເມືອງມະຫາໄຊ 1 ຄົນ, ເມືອງຄູນຄໍາ 3 ຄົນ, ເມືອງໜອງ ບົກ 5 ຄົນ, ເມືອງນາກາຍ 2 ຄົນ ແລະ ເມືອງເຊບັ້ງໄຟ 6 ຄົນ. ລວມມູນຄ່າເສຍຫາຍທັງໝົດ 1.200 ກວ່າລ້ານ ກີບ, ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ. ແຕ່ເຖິງຢ່າງໃດກໍ ຕາມ, ທາງເຈົ້າໜ້າຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ກໍຍັງໄດ້ສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບຈະ ລາຈອນໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ-ນັກສຶກສາຜູ້ທີ່ໃຊ້ ລົດໃຊ້ຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບການ ສັນຈອນຕາມທ້ອງຖະໜົນ ໂດຍໄດ້ລົງໂຄສະນາຕາມສຳ ນັກງານ-ອົງການຕ່າງໆ, ສະຖາບັນໂຮງຮຽນວິຊາຊີບ, ໂຮງ ຮຽນສາມັນ, ຕາມກຸ່ມບ້ານອ້ອມຂ້າງເມືອງ, ຕາມສະຖານ ທີ່ຊຸມຊົນ ແລະ ເສັ້ນທາງຫຼວງ.

ໃນ 6 ເດືອນທ້າຍປີຕໍ່ໜ້າ, ເຈົ້າໜ້າທີ່ວິຊາສະເພາະ ຈະສືບຕໍ່ເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ກົດລະບຽບ ຈະລາຈອນໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນດ້ວຍຫຼາຍຮູບການ, ຫຼາຍວິທີການທີ່ເລິກເຊິ່ງ ພ້ອມທັງຈັດສັນຄວາມເປັນລະ ບຽບຮຽບຮ້ອຍຕາມທ້ອງຖະໜົນໃຫ້ເຂົ້າສູ່ລະບົບເທື່ອລະກ້າວ, ສືບຕໍ່ເຮັດວຽກງານດຳເນີນ ແລະ ແກ້ໄຂຄະດີອຸບັດ ຕິເຫດທີ່ເກີດຂຶ້ນໃຫ້ວ່ອງໄວ, ຖືກຕ້ອງ ແລະ ເປັນທຳ ແລະ ສືບຕໍ່ເຮັດວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃຫ້ລະອຽດຈະແຈ້ງຖືກຕ້ອງຕາມຫຼັກການວິຊາສະ ເພາະຢ່າງເຂັ້ມງວດ.