ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ໜ່ວຍແມ່ຍິງຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2018 ໂດຍການເປັນປະທານຂອງ ພັຕ ນາງ ຄອນສະຫວັນ ບົວລະພັນ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດ, ມີ ພັທ ແຫວນເພັດ ໂພມະຫາລາດ ເລຂາຄະນະພັກຮາກຖານຫ້ອງຕຳຫຼວດ ປກສ ແຂວງ, ມີຕາງໜ້າສະຫະພັນແມ່ຍິງ-ຊາວໜຸ່ມກອງບັນຊາການ, ແຂກຮັບເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.

ພັຕ ນາງ ອາມອນ ດວງພິລາວັນ ຮອງໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດ ກ່າວວ່າ: ປີຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງຫ້ອງຕໍາຫຼວດ ປກສ ແຂວງ ເອົາໃຈໃສ່ຊີ້ນຳ-ພາເອື້ອຍ-ນ້ອງແມ່ຍິງພາຍໃນໜ່ວຍ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນ 5 ປີຜ່ານມາ ມີຄອບຄົວ 3 ດີ 22 ຄອບຄົວ, 2 ດີ 1 ຄອບຄົວ, ບຸກຄົນ 3 ດີ 24 ສະຫາຍ, ບຸກຄົນ 2 ດີ 2 ສະຫາຍ, ພົນລະເມືອງດີ 49 ສະຫາຍ, ພັດທະນາດີ 49 ສະຫາຍ, ມີຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ, ຫຍິບປັກທັກແສ່ວ ແລະອື່ນໆ ລວມມີ 4 ຄອບຄົວ; ນອກນັ້ນ, ຍັງເອົາໃຈໃສ່ຕັ້ງໜ້າປັບປຸງການຈັດຕັ້ງໜ່ວຍແມ່ຍິງໃຫ້ເຂັ້ມແຂງສາມາດເຄື່ອນໄຫວມີປະສິດທິພາບ, ກໍ່ສ້າງສະມາຊິກເອື້ອຍນ້ອງແມ່ຍິງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນ, ລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ສົມທົບແໜ້ນລະຫວ່າງ ການພັດທະນາເສດຖະກິດວັດທະນະທຳ-ສັງຄົມ ກັບ ການສ້າງຂະບວນການຂອງແມ່ຍິງໃຫ້ຟົດຟື້ນ.

ໂອກາດດຽວກັນ, ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ; ໃນນັ້ນ, ເລືອກເອົາ ພັຕ ນາງ ຄອນສະຫວັນ ບົວລະພັນ ເປັນຫົວໜ້າໜ່ວຍ, ພັຕ ນາງ ວັນນະພອນ ນ້ອຍເທບອຳນວຍ ເປັນຮອງ, ຮອ ນາງ ມະໄລວັນ ພັນສະຫວ່າງ ເປັນຮອງ, ແລະ ອີກ 2 ທ່ານເປັນຄະນະ ເພື່ອສືບຕໍ່ຊີ້ນຳ-ນໍາພາໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.