ໃນວັນທີ 11 ມິຖຸນາ 2018, ຫ້ອງການສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ເປີດຝຶກອົບຮົມວິຊາຊີບຕັດຫຍິບ-ເສີມສວຍ ໃຫ້ຜູ້ດ້ອຍໂອກາດ; ມີ ທ່ານ ນາງ ລາວັນ ສຸດທິສານ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ຫົວໜ້າສູນອົບຮົມແມ່ຍິງລາວ, ມີຕາງໜ້າພະແນກການທີ່ກ່ຽວຂ້ອງ, ຄູຝຶກ ແລະ ເອື້ອຍ-ນ້ອງແມ່ຍິງ ເຂົ້າຮ່ວມ.

ທ່ານ ນາງ ບົວສອນ ໄຊຍະໄຊ ຮອງປະທານສະຫະພັນແມ່ຍິງແຂວງ ກ່າວວ່າ: ເພື່ອຕອບສະໜອງ ແລະ ສົ່ງເສີມ-ພັດທະນາແມ່ຍິງລາວ ໂດຍສະເພາະແມ່ຍິງຜູ້ດ້ອຍໂອກາດ, ບໍ່ມີວິຊາຊີບຕິດຕົວໃນການທໍາມາຫາກິນເພື່ອລ້ຽງຊີບ, ຫ້ອງການສະຫະພັນແມ່ຍິງແຂວງຫຼວງພະບາງ ຈຶ່ງໄດ້ຈັດຝຶກອົບຮົມໃຫ້ແກ່ຜູ້ດ້ອຍໂອກາດທີ່ມາຈາກ 12 ເມືອງ ຂອງ ແຂວງຫຼວງພະບາງ ລວມມີ 24 ຄົນ; ວິຊາທີ່ນຳມາຝຶກອົບຮົມຄັ້ງນີ້ມີ 2 ວິຊາ: ວິຊາຕັດຫຍິບ ມີນັກສໍາມະນາກອນ 12 ຄົນ, ວິຊາເສີມສວຍ ມີ 12 ຄົນ. ການຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາປະມານ 2 ເດືອນເຄິ່ງ ຈຶ່ງຈະສໍາເລັດ.

ໃນນີ້, ນັກສໍາມະນາກອນຈະໄດ້ຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ, ນັກສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານຂອງຈັກຫຍິບເຄື່ອງ, ການຫຍິບດ້ວຍຈັກ, ການຫຍິບດ້ວຍມື, ການແຕ້ມແບບ ແລະ ວິທີຕັດ-ຊອຍ. ສ່ວນວິຊາເສີມສວຍມີ: ສອຍຜົມ, ດັດ, ລີດຜົມ, ແຕ່ງໜ້າ ແລະ ຢືດຜົມ-ເກົ້າຜົມ.

ໃນພິທີ, ທ່ານ ນາງ ລາວັນ ສຸດທິສານ ໄດ້ເນັ້ນໃຫ້ຄູຝຶກເອົາໃຈໃສ່ໃນການສົ່ງຄວາມຮູ້ໃຫ້ແກ່ນັກຮຽນ, ມີຄວາມອົດທົນຄົ້ນຄວ້າແລກປ່ຽນບົດຮຽນນຳກັນ, ມີການຕິດຕາມ, ປະເມີນຄວາມຮູ້ຂອງນັກຮຽນ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ມີຄຸນນະພາບສຳລັບນັກສຳມະນາກອນ ຈົ່ງເອົາໃຈໃສ່ເມື່ອເວລາຮຽນຈົບ ໃຫ້ສາມາດປະກອບອາຊີບເຮັດດ້ວຍຕົນເອງໄດ້.