ພະນັກງານກໍ່ສ້າງຮາກຖານການເມືອງ ປກສ ກຸ່ມ 2 ທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບການສັນຈອນຢູ່ຕາມທ້ອງຖະໜົນ ໃຫ້ກັບກຸ່ມເປົ້າໝາຍ ແລະ ພໍ່-ແມ່ປະຊາຊົນພາຍໃນກຸ່ມ ໃນວັນທີ 20 ມິຖຸນາ 2018 ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ແລະ ມີສະຕິຕໍ່ການຂັບຂີ່ຕາມທ້ອງຖະໜົນ ໂດຍການເຜີຍແຜ່ຂອງ ພັທ ປານີ ສຸກສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ແລະ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈາລະຈອນ ມີປະຊາຊົນພາຍໃນກຸ່ມເຂົ້າຮ່ວມ.

ພັທ ປານີ ສຸກສະຫວັດ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເປັນຕົ້ນແມ່ນຜູ້ເສບເຮັດໃຫ້ເສຍຈິດປະສາດ, ຮ່າງກາຍຈ່ອຍໂຊມ, ເສຍບົດບາດກຽດສັກສີ, ອະນາຄົດຕົກຕໍ່າ, ສະໝອງຖືກທຳລາຍເປັນບ້າເສຍຈິດ ແລະ ເຮັດໃຫ້ຄອບຄົວມີຄວາມວຸ້ນວາຍ, ເສຍຊັບສິນ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ສ່ວນຜູ້ທີ່ຊື້-ຂາຍແມ່ນຖືກດໍາເນີນຄະດີຕາມກົດໝາຍ.

ນອກນີ້, ພັທ ແກ້ວມາລາ ຍັງໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ໃຫ້ມີສະຕິລະວັງຕົວ: ເວລາອອກຈາກບ້ານທຸກຄັ້ງຕ້ອງກວດເບິ່ງເອກະສານລົດ ແລະ ໃສ່ໝວກກັນກະທົບທຸກຄັ້ງເວລາຂັບຂີ່ລົດຈັກ, ສ່ວນລົດໃຫຍ່ຕ້ອງໃສ່ເຂັມຂັດນິລະໄພ, ການຂັບຂີ່ຕ້ອງຄ່ອຍໄປຄ່ອຍມາ ໃຫ້ກຽດເຊິ່ງກັນແລະກັນ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດ.