5 ປີຜ່ານມາ, ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມປະຕິບັດວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ກໍຄືການປ້ອງກັນກອງປະຊຸມ, ງານບຸນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ປ້ອງກັນ ການເຄື່ອນຍ້າຍວັດຖຸມີຄ່າໄດ້ທັງໝົດ 337 ຄັ້ງ ແມ່ນມີຄວາມຮັບປະກັນຄວາມສະຫງົບປອດໄພໂດຍພື້ນຖານ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ໃນວັນທີ 22 ມິຖຸນາ 2018, ເປັນກຽດເຂົ້າຮ່ວມໂດຍ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພັທ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີຄະນະຊາວໜຸ່ມ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ພັທ ບຸນລັນ ຈັນທະພູວົງ ເລຂາຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ: 2013-2017 ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມປ້ອງກັນ ການເຄື່ອນຍ້າຍວັດຖຸມີຄ່າ 120 ຄັ້ງ, ປ້ອງກັນຢູ່ສູນການຄ້າລາວ-ໄອເຕັກ 120 ຄັ້ງ, ປ້ອງກັນກອງປະຊຸມພາຍໃນ ແລະ ຕ່າງປະເທດ 75 ຄັ້ງ, ປ້ອງກັນງານບຸນປະເພນີຕ່າງໆ 15 ຄັ້ງ, ປ້ອງກັນການເຄື່ອນຍ້າຍພາຫະນະຢູ່ຊາຍແດນ 7 ຄັ້ງ.

ນອກນີ້, ຍັງໄດ້ເຂົ້າຮ່ວມປ້ອງກັນກອງປະຊຸມລັດຖະບານເປີດກວ້າງ ຢູ່ເມືອງວຽງໄຊ ແຂວງຫົວພັນ, ປ້ອງກັນໂຄງການກໍ່ສ້າງທາງລົດໄຟ 10 ເດືອນ, ເຂົ້າຮ່ວມປ້ອງກັນງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ, ເກັບກູ້-ທໍາລາຍລະເບີດ 18 ຄັ້ງ; ພ້ອມນີ້, ຍັງໄດ້ຈັດຕັ້ງກໍາລັງປະຈໍາການຕະຫຼອດ 24 ຊົ່ວໂມງເພື່ອກຽມພ້ອມແກ້ໄຂສະພາບການທີ່ອາດຈະເກີດຂຶ້ນ, ໄດ້ອອກກວດກາ 720 ຄັ້ງ ເຂົ້າຮ່ວມຝຶກອົບຮົມການສະແດງກ້ອນກໍາລັງເພື່ອປ້ອງກັນກອງປະຊຸມ, ສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ 7 ຄັ້ງ, ເຂົ້າຝຶກອົບຮົມວິຊາສະເພາະຢູ່ ສສ ຫວຽດນາມ 3 ຄັ້ງ, ຢູ່ ສປ ຈີນ 2 ຄັ້ງ, ຢູ່ປະເທດອິນເດຍ 2 ຄັ້ງ ແລະ ຢູ່ປະເທດໄທ 1 ຄັ້ງ.

ໃນກອງປະຊຸມ, ຍັງໄດ້ພ້ອມກັນປ່ອນບັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ສະໝັກ 11 ສະຫາຍ ເລືອກເອົາ 9 ສະຫາຍ ແລະ ເຫັນດີເປັນເອກະພາບກັນ ເລືອກເອົາ ພັຕ ບົວຜັນ ດວງສອນ ເປັນເລຂາ, ພັຕ ຫຼຽນທອງ ຄໍາສຸ ລິປັນຍາ ເປັນຮອງເລຂາ, ພັຕ ແສງພອນ ພົມມີໄຊ ເປັນປະທານກວດກາ ແລະ ອີກ 6 ທ່ານ ເປັນຄະນະ.