ກອງປະຊຸມບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກຂອງ ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງກະຊວງ ປກສ ທີ່ໄດ້ດໍາເນີນມາແຕ່ວັນທີ 15 ມິຖຸນາ ແລະ ສໍາເລັດໃນວັນທີ 21 ມິຖຸນາ 2018, ເປັນກຽດເຂົ້າຮ່ວມຂອງ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ໂດຍການເປັນປະທານໂດຍ ພັທ ນາງ ບຸນທ່ຽງ ພົມແພງມີ ປະທານສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ ແລະ ສະມາຊິກແມ່ຍິງ ອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັທ ນາງ ບຸນທ່ຽງ ພົມແພງມີ ກ່າວວ່າ: ຄະນະສະຫະພັນແມ່ຍິງ ໄດ້ຈັດຕັ້ງປະຕິບັດຕາມແຜນດໍາເນີນຊີວິດການເມືອງ ໂດຍເຕົ້າໂຮມບັນດາສະມາຊິກແມ່ຍິງ ເຂົ້າຮ່ວມຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນເອກະສານຕ່າງໆຜ່ານການດໍາເນີນຊີວິດການເມືອງ ເຮັດໃຫ້ສະມາຊິກແມ່ຍິງທຸກສະຫາຍມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ, ມີຄວາມເປັນເອກະພາບຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ໄປເປັນບ່ອນອີງໃນການພັດທະນາຕົນເອງໃຫ້ກ້າວໜ້າ; ຄະນະສະຫະພັນແມ່ຍິງ, ຄະນະໜ່ວຍສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງໄດ້ມີຄວາມຮັບຜິດຊອບສູງ, ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ຕື່ນຕົວເຂົ້າຮ່ວມ, ກໍາໄດ້ບົດຮຽນ ແລະ ຄວາມສໍາຄັນຂອງບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້; ບັນຍາກາດໃນການສໍາຫຼວດກວດກາ, ຕໍານິສົ່ງຂ່າວເຊິ່ງກັນແລະກັນ ມີລັກສະນະກົງໄປ-ກົງມາ, ສົມເຫດ-ສົມຜົນ, ຜູ້ຖືກຕໍານິສົ່ງຂ່າວກໍມີຄວາມຈິງໃຈຮັບເອົາ; ຜ່ານການດໍາເນີນຊີວິດການເມືອງ ສາມາດຕີລາຄາ, ສະຫຼຸບ, ຄັດເລືອກບຸກຄົນແມ່ຍິງ 3 ດີ, ໜ່ວຍ 3 ດີ ຄື: ຄັດເລືອກໄດ້ປະເພດ 3 ດີ ປະເພດ I ມີ 55 ສະຫາຍ ກວມ 84,61%; ປະເພດ II ມີ 10 ສະຫາຍ ກວມ 15,38%; ບໍ່ໄດ້ຈັດປະເພດ 56 ສະຫາຍ ກວມ 46,28% ສາເຫດຍ້ອນເປັນກໍາລັງໃໝ່ ແລະ ໄປຮຽນຕໍ່; ໜ່ວຍ 3 ດີປະເພດ I ມີ 5 ໜ່ວຍ ກວມ 83,33%; ປະເພດ II ມີ 1 ໜ່ວຍກວມ 16,67% ແລະ ບໍ່ໄດ້ຄັດເລືອກ 1 ໜ່ວຍ.

ໃນກອງປະຊຸມ, ພັອ ບົວພັນ ຍໍລະວົງສາ ໃຫ້ທິດຊີ້ນໍາສະຫະພັນແມ່ຍິງ ວ່າ: ເພື່ອເຮັດໃຫ້ສະຫະພັນແມ່ຍິງປ້ອງກັນທີ່ຕັ້ງ ໄດ້ຮັບນາມມະຍົດແມ່ຍິງ 3 ດີ ຄະນະສະຫະພັນແມ່ຍິງ ແລະ ສະມາຊິກທຸກສະຫາຍ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ, ບັນດາຂໍ້ກໍານົດ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ ຕິດພັນກັບການປະຕິບັດວຽກງານວິຊາສະເພາະຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ມີຜົນສໍາເລັດຕາມລະດັບຄາດໝາຍ.