ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂົ້າໃຈກ່ຽວກັບ ວຽກງານຍຸຕິທໍາສໍາລັບເດັກ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ບັນດາກົມອ້ອມຂ້າງກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ໃນວັນທີ 22 ມິຖຸນາ 2018 ໂດຍການເປັນປະທານຂອງ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມາທິການຕ້ານການຄ້າມະນຸດລະດັບຊາດ, ມີຫົວໜ້າກົມ-ຮອງກົມ, ເຈົ້າໜ້າທີ່ຕໍາຫຼວດຈາກກົມກອງອ້ອມຂ້າງກົມໃຫຍ່ຕໍາຫຼວດ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ພັອ ປອ ເພັງສະຫວັນ ທິບພະວົງໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ວຽກງານຍຸຕິທໍາສໍາລັບເດັກ ໃຫ້ບັນດາພະນັກງານ, ເຈົ້າໜ້າທີ່ຕໍາຫຼວດທີ່ກ່ຽວຂ້ອງຢູ່ໃນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນກົມອ້ອມຂ້າງກົມໃຫຍ່ຕໍາຫຼວດ, ປກສ ນະຄອນຫຼວງວຽງຈັນ ເຂົ້າໃຈ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ຮັບປະກັນໃນການດໍາເນີນຄະດີຕໍ່ເດັກກະທໍາຜິດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ.

ໃນໄລຍະຜ່ານມາ, ອາຊະຍາກໍາທີ່ເກີດຂຶ້ນໃນສັງຄົມ ບໍ່ພຽງແຕ່ຈະເກີດຂຶ້ນກັບບຸກຄົນທີ່ພົ້ນກະສຽນອາຍຸເທົ່ານັ້ນ ແຕ່ກົງກັນຂ້າມການກໍ່ອາຊະຍາກໍາທີ່ເກີດຂຶ້ນຈາກເດັກນັບມື້ນັບຮຸນແຮງ ແລະ ເພີ່ມຂຶ້ນ ຍ້ອນວ່າເດັກເປັນຜູ້ທີ່ຍັງບໍ່ສາມາດຮັບຮູ້ໄດ້ເຖິງພຶດຕິກໍາທີ່ຕົນໄດ້ສ້າງຂຶ້ນ ແລະ ມີຜົນເສຍຫາຍ, ສົ່ງຜົນສະທ້ອນຕໍ່ຕົນເອງ, ຕໍ່ຄົນອື່ນ ຫຼື ຕໍ່ສັງຄົມ. ນອກຈາກນັ້ນ, ເດັກຍັງຖືກສວຍໃຊ້ເປັນເຄື່ອງມືກໍ່ອາຊະຍາກໍາ, ອົງການທີ່ມີສິດ ແລະ ໜ້າທີ່ ຈຶ່ງໄດ້ເອົາໃຈໃສ່ເປັນພິເສດໃນການແກ້ໄຂ ແລະ ດໍາເນີນຄະດີຕໍ່ເດັກຜູ້ກະທໍາຜິດ, ຜູ້ຖືກເຄາະຮ້າຍ ແລະ ເດັກເປັນພະຍານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດສູງສຸດຂອງເດັກ. ສະແດງອອກຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ ແລະ ສ້າງຄວາມສໍາຄັນຕໍ່ກັບທຸກບັນຫາທີ່ພົວພັນກັບເດັກ ເຊັ່ນ: ໄດ້ຄົ້ນຄວ້າ ແລະ ສ້າງບັນດາກົດໝາຍ, ນິຕິກໍາ, ລະບຽບການ, ສ້າງກົນໄກ ແລະ ແຜນງານແຫ່ງຊາດ ໃນການເຄື່ອນໄຫວວຽກງານຍຸຕິທໍາສໍາລັບເດັກ, ເຂົ້າເປັນພາຄີສົນທິສັນຍາສາກົນຫຼາຍສະບັບກ່ຽວກັບເດັກ ທັງລະດັບສາກົນ ແລະ ພາກພື້ນ ເປັນຕົ້ນແມ່ນສົນທິສັນຍາວ່າດ້ວຍ ການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍສິດທິເດັກ, ລະບຽບການ ແລະ ຄໍາແນະນໍາຕ່າງໆຂອງ ສະຫະປະຊາຊາດ ທີ່ພົວພັນກັບເດັກ.