ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມມະຕິ, ຄໍາສັ່ງຂອງ ກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ໃນວັນທີ 22 ມິຖຸນາ 2018 ເຜີຍແຜ່ໂດຍ ພົຈວ ປອ ບຸນຊູ ນາມມະຈັກ ເລຂາຄະນະພັກອໍານວຍການ ວຕປ ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານຄູ-ອາຈານກໍາແໜ້ນບັນດາເນື້ອໃນເອກະສານສໍາຄັນດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານພັກ-ພະນັກງານ ໃຫ້ໄດ້ຮັບໝາກຜົນສູງ.

ໃນພິທີ, ພົຈວ ປອ ບຸນຊູ ນາມມະຈັກ ໄດ້ເຜີຍແຜ່ໃຫ້ຮູ້ກ່ຽວກັບ ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍເນື້ອໃນການກໍ່ສ້າງໜ່ວຍພັກດ້ານການເມືອງວ່າ: ຄະນະໜ່ວຍພັກ, ສະມາຊິກພັກຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງທົ່ວເຖິງ ແລະ ຄົບຖ້ວນ; ໜ່ວຍພັກຕ້ອງກໍາແໜ້ນສະພາວະຄວາມເປັນຈິງຂອງຮາກຖານຕົນ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງ ຄະນະພັກຂັ້ນເທິງເປັນແຜນການຂອງໜ່ວຍພັກໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ ພ້ອມທັງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດຕົວຈິງໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງ ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະລະ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈສະແດງອອກໃນການເຄື່ອນໄຫວ ແລະ ການກະທໍາຕົວຈິງຂອງສະມາຊິກພັກ.

ພ້ອມດຽວກັນນີ້, ຍັງໄດ້ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ວັນທີ 3 ມັງກອນ 2018 ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030,031.032/ກມສພ, ລົງວັນທີ 3 ມັງກອນ 2018 ມະຕິຂອງ ກົມການເມືອງສູນກາງພັກ ເລກທີ 030/ກມສພ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ ກມສພ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ກ່ຽວກັບ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.