ກອງບັນຊາການ ປກສ ແຂວງຈຳປາສັກ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ; ຝ່າຍລາວນຳໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ພັອ ເຈິນ ເດິກ ຫວຽດ ຫົວໜ້າກອງບັນຊາການຕຳຫຼວດ ແຂວງກວາງຈິ ພ້ອມຄະນະທັງ 2 ຝ່າຍເຂົ້າຮ່ວມ ໃນວັນທີ 20 ມິຖຸນາ 2018.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການ ໃນການເຄື່ອນໄຫວຊີ້ນຳ-ນຳພາໃຫ້ກັນໄດ້ຮັບຮູ້; ໂດຍສະເພາະແມ່ນສະພາບຈຸດພິເສດ, ທີ່ຕັ້ງ ແລະ ພາລະບົດບາດຂອງ ວຽກງານປ້ອງກັນຄວາມສະຫງົບ, ຕະຫຼອດຮອດການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ; ພ້ອມທັງໄດ້ຕີລາຄາສະພາບການຕ່າງໆ ເປັນຕົ້ນແມ່ນ ສະພາບການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ໃນສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ລັກຊັບ, ປຸ້ນຊັບ, ບັນຫາອຸບັດຕິເຫດ, ຄາດຕະກຳ, ກຸ່ມແກ້ງກວນເມືອງ ແລະ ບັນຫາອື່ນໆ, ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄົ້ນຄວ້າຊອກຫາວິທີແກ້ໄຂກົນອຸບາຍຂອງກຸ່ມຄົນບໍ່ດີ, ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກທີ່ມີຕໍ່ສອງປະເທດ ລາວ-ຫວຽດນາມ ເພື່ອແກ້ໄຂໃຫ້ທັນເວລາ.

ໃນພິທີ, ທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຄວາມຊ່ວຍຈຳ ລະຫວ່າງ ຫົວໜ້າຄະນະຜູ້ແທນທັງສອງບັນຊາການ ປີ 2018-2019 ໂດຍທັງສອງຝ່າຍຈະສືບຕໍ່ເພີ່ມທະວີປະສານສົບທົບແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານສະພາບການແກ້ໄຂຄະດີທີ່ພົວພັນເຖິງສອງປະເທດ, ເກັບກຳສະພາບການ, ຄຸ້ມຄອງການເຄື່ອນໄຫວຂອງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ທີ່ມາດຳເນີນທຸລະກິດ, ຢ້ຽມຢາມ, ທ່ອງທ່ຽວ, ດຳລົງຊີວິດສ້າງເງື່ອນໄຂອຳນວຍຄວາມສະດວກໃນການຄຸ້ມຄອງຕິດຕາມ ແລະ ແກ້ໄຂບັນຫາຕ່າງໆທີ່ອາດຈະເກີດຂຶ້ນ.