ຕາມການລາຍງານຂ່າວຫຼ້າສຸດຂອງ ອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີໜ້າທີ່ຕິດຕາມ-ກວດກາການເໜັງຕີງ Global Witness (GW) ທີ່ມີສຳນັກງານໃຫຍ່ຕັ້ງຢູ່ປະເທດອັງກິດ ວ່າ: ກຳລັງທະຫານຕະລີບັນ ແລະ ນັກຮົບ IS ມີລາຍຮັບຫຼາຍແສນໂດລາສະຫະລັດ ໂດຍການກວດກາ ແລະ ຂຸດຄົ້ນຂົງເຂດທີ່ມີຊັບພະຍາກອນທຳມະຊາດ ທີ່ປະເທດອັບການິສະຖານ.

ໂດຍໃນບົດຄວາມໄດ້ຂຽນວ່າ: ກຸ່ມທະຫານທັງສອງແມ່ນຈະເຮັດທຸກວິທີທາງ ເພື່ອຂຸດຄົ້ນ ແລະ ສົ່ງອອກວັດຖຸດິບຫຼັກສຳລັບເຮັດແປ້ງຫອມທາເດັກນ້ອຍ, ຫີນອ່ອນ ແລະ ເພັດ lapis lazuli ເຊິ່ງສາມາດສ້າງລາຍຮັບຢ່າງມະຫາສານໃຫ້ກັບທັງສອງກຸ່ມ ທະຫານຕະລີບັນ ແລະ ນັກຮົບ IS ເພື່ອຕອບສະໜອງເງິນໃຫ້ກັບພວກເຂົາດຳເນີນການກໍ່ການຮ້າຍໃນທົ່ວໂລກ.

ຫຼາຍປີຜ່ານມາ, ຊັບພະຍາກອນທຳມະຊາດ ທີ່ປະເທດອັບການິສະຖານ ໄດ້ເປັນແມ່ແຮງປະກອບສ່ວນອັນສຳ ຄັນໃຫ້ກັບສອງກຸ່ມທະຫານດັ່ງກ່າວ ເຮັດໃຫ້ມີຄວາມຮຸນແຮງເກີດຂຶ້ນໃນປະເທດດັ່ງກ່າວ ກໍຄືປະເທດອື່ນໃນທົ່ວໂລກ; ນັບແຕ່ທ້າຍປີ 2017 ເປັນຕົ້ນມາ, ເຮັດໃຫ້ເກີດມີເຫດການນອງເລືອດຂອງປະຊາຊົນ ໂດຍມີຫຼາຍສິບພັນຄົນຕ້ອງໄດ້ອົບພະຍົບຫຼົບໜີຈາກເຫດການຄວາມຮຸນແຮງໃນການຕໍ່ສູ້ຍາດສິດຄຸ້ມຄອງບໍ່ຊັບພະຍາກອນທຳມະຊາດ ລະຫວ່າງກຸ່ມທະຫານຂອງ ຕະລີບັນ ກັບ ກຸ່ມນັກຮົບ IS ທີ່ແຂວງ Nangarhar ທີ່ຂຶ້ນກັບພາກຕາເວັນອອກຂອງປະເທດອັບການິສະຖານ.

ທ່ານ Nick Donovan ອຳນວຍການຂອງອົງການ Global Witness ໄດ້ລາຍງານວ່າ: ຕາມບາງສື່ຂ່າວທີ່ຕົນໄດ້ຮັບ ເຊິ່ງການໃຊ້ຄວາມຮຸນແຮງຕໍ່ສູ້ລະຫວ່າງກຳລັງທະຫານ ຕະລີບັນ ແລະ IS ທີ່ແຂວງ Nangarhar ປະເທດອັບການິສະຖານ ແມ່ນກ່ຽວພັນກັບການຍາດສິດເປັນເຈົ້າຄຸ້ມຄອງບໍ່ຊັບພະຍາກອນທຳມະຊາດ ທີ່ປະເທດອັບການິສະຖານ. ຖ້າຫາກຮູ້ກ່ອນວ່າ ລາຍຮັບຂອງກຳລັງທະຫານແມ່ນມາຈາກການຂຸດຄົ້ນແຮ່ທາດ ພວກເຮົາແມ່ນຈະບໍ່ແປກໃຈຕໍ່ກັບເຫດການທີ່ເກີດຂຶ້ນໃນການຕໍ່ສູ້ຍາດສິດຄຸ້ມຄອງບໍ່ແຮ່ດັ່ງກ່າວ.

ໃນຂະນະດຽວກັນນັ້ນ, ການດຳເນີນຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງກຸ່ມທະຫານ ໄດ້ສ້າງຄວາມເສຍຫາຍໜັກໜ່ວງ ໃຫ້ກັບເສດຖະກິດຂອງປະເທດອັບການິສະຖານ, ເຊິ່ງການຂຸດຄົ້ນບໍ່ແຮ່ ແລະ ວຽກກວດກາ-ຄຸ້ມຄອງບໍ່ແຮ່ ແມ່ນກ່ຽວພັບກັບຄວາມສະຫງົບແຫ່ງຊາດ ຕໍ່ກັບປະເທດອັບການິສະຖານ ກໍຄືຕໍ່ກັບບັນດາປະເທດທີ່ກ່ຽວຂ້ອງກັບການໃຊ້ຄວາມຮຸນແຮງ.

ຕາມການລາຍງານຂອງຜູ້ຊົມໃຊ້ທີ່ປະເທດອາເມລິກາ ກໍຄືບັນດາປະເທດໃນທະວີບເອີຣົບ ແລະ ອາຊີ ແມ່ນກຳລັງມີການສະໜັບສະໜູນທາງດ້ານການເງິນໃຫ້ກັບ ຂະບວນເຄື່ອນໄຫວຂຸດຄົ້ນແຮ່ທາດຂອງສອງກຸ່ມທະຫານຕະລີບັນ ແລະ IS ເພາະວ່າວັດຖຸດິບທີ່ຂຸດຄົ້ນມາໄດ້ຈາກກຸ່ມດັ່ງກ່າວທີ່ປະເທດອັບການິສະຖານ ແມ່ນຈະຖືກນຳສົ່ງໄປປະເທດປະກິດສະຖານ; ຈາກນັ້ນ, ແມ່ນສົ່ງຕໍ່ໄປປະເທດອາເມລິກາ. ຕາມການລາຍງານຂອງອົງການ GW ໃຫ້ຮູ້ວ່າ: ປະເທດປະກິດສະຖານ ແມ່ນທີ່ມາຂອງແປ້ງ talc ສະໜອງໃຫ້ອາເມລິກາ ຫຼາຍທີ່ສຸດ, ແປ້ງ talc ແມ່ນວັດຖຸດິບຕົວສຳຄັນທີ່ໃຊ້ປະສົມໃນແປ້ງທາເດັກນ້ອຍ ແລະ ອີກຫຼາຍສິ່ງຂອງນຳໃຊ້ອື່ນທີ່ຈຳເປັນເຊັ່ນ: ອຸປະກອນທີ່ເຮັດດ້ວຍແປ້ງ, ເຈ້ຍ, ຢາງພາລາ ແລະ ເຄື່ອງສຳອາງອື່ນ.

ຕາງໜ້າກຸ່ມທະຫານຕະລີບັນ ໄດ້ຖະແຫຼງຕໍ່ອົງການ GW ວ່າ: ການຕໍ່ສູ້ຍາດບໍ່ແຮ່ທີ່ປະເທດອັບການິສະຖານ ນັ້ນທີ່ຈິງແລ້ວແມ່ນການຕໍ່ສູ້ຍ້ອນຜົນປະໂຫຍດ, ຖ້າຫາກວ່າບໍ່ມີລາຍຮັບຈາກການຂຸດຄົ້ນແຮ່ທາດພວກເຮົາຈະປະລາໄຊ. ການລາຍງານຂອງສະຫະປະຊາຊາດ ໃນປີ 2013 ກໍໄດ້ເນັ້ນໃຫ້ຮູ້ສາເຫດກ່ຽວກັບສະພາບການທີ່ເກີດຂຶ້ນໃນເຂດບໍ່ແຮ່ ປະເທດອັບການິສະຖານ ແມ່ນບັນຫາຕົ້ນຕໍທີ່ໃຊ້ຄວາມຮຸນແຮງໃນປະເທດດັ່ງກ່າວ.

ບັນດາຊັບພະຍາກອນທຳມະຊາດທີ່ມີລາຄາແພງຂອງອັບການິສະຖານ ໄດ້ສ້າງຄວາມຮຽກຮ້ອງຕ້ອງການໃຫ້ກັບກຸ່ມກຳລັງທະຫານ ກໍຄືບັນດາປະເທດນັກລົງທຶນທີ່ສະໜອງອາວຸດໃຫ້ກັບການນຳໃຊ້ຄວາມຮຸນແຮງໃນປະເທດ. ປີ 2017 ສື່ຂ່າວ New York Times ຂອງອາເມລິກາ ໄດ້ລົງຂ່າວກ່ຽວກັບ ການໃຫ້ສຳພາດຂອງປະທານາທິບໍດີ Donald Trump ວ່າ: ທ່ານຕ້ອງການເພີ່ມທະວີທາງດ້ານການທະຫານທີ່ປະເທດດັ່ງກ່າວ ເພື່ອປ້ອງກັນຊັບພະຍາກອນທຳມະຊາດໃນປະເທດດັ່ງກ່າວ.

ຕາມການຄາດຄະເນຂອງລັດຖະບານອາເມລິກາ ເມື່ອປີ 2010 ຊັບພະຍາກອນທຳມະຊາດທີ່ປະເທດອັບການິສະຖານ ມູນຄ່າເກືອບ 1.000 ຕື້ໂດລາ ທີ່ມີໃນແຂວງ Nangarhar ເຊິ່ງໃນນັ້ນລວມມີວັດຖຸດິບ talc ແລະ ຫຼາຍຊັບພະຍາກອນອື່ນເຊັ່ນ: chromite ແລະອື່ນໆ ທີ່ມີລາຄາສູງ. ກຳລັງປ້ອງກັນຄວາມສະຫງົບ ທີ່ປະເທດອັບການິສະຖານ ແມ່ນພົບກັບຄວາມຫຍຸ້ງຍາກກ່ຽວກັບການລັກລອບຄ້າຂາຍທາດ talc ແລະ chromite ທີ່ແຂວງ Nangarhar ມາເປັນເວລາຫຼາຍປີ.

ຕາມການຄາດຄະເນຂອງອາເມລິກາ ທີ່ແຂວງ Nangarhar ປະເທດອັບການິສະຖານ ມີທະຫານ IS ປະມານ 750 ຫາ 2.000 ຄົນ; ໂຄສົກປະຈຳກະຊວງບໍ່ແຮ່ ອັບການິສະຖານ ໄດ້ຢືນຢັນວ່າ: ໄດ້ສ້າງຕັ້ງກຸ່ມພິເສດສົມທົບກັບອົງການຕິດຕາມເປົ້າໝາຍ ແລະ ກຳລັງປ້ອງກັນຄວາມສະຫງົບ ແນໃສ່ແກ້ໄຂສະພາບການທີ່ເກີດຂຶ້ນທີ່ແຂວງ Nangarhar.

ອົງການ GW ໄດ້ຖະແຫຼງການວ່າ: ການນຳສົ່ງຊັບພະຍາກອນທຳມະຊາດທີ່ຂຸດຄົ້ນໃນອັບການິສະຖານ ໄປຫາປະເທດປະກິດສະຖານ ແມ່ນມີສ່ວນກ່ຽວພັນໂດຍກົງກັບລັດຖະບານປະເທດອັບການິສະຖານ; ນອກຈາກອັນຍະມະນີມີຄ່າທີ່ທະວີບເອີຣົບແລ້ວ, ແຮ່ທາດ talc ແລະ chromite ທີ່ປະເທດອັບການິສະຖານ ກໍໄດ້ຖືກນຳຂຶ້ນມາວິເຄາະວ່າ ເປັນຊັບສິນທີ່ທຸກຄົນຕ້ອງການ.
ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ