ໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຂຶ້ນຢ່າງເປັນທາງການ ໃນວັນທີ 21 ມິຖຸນາ ຜ່ານມານີ້, ເປັນປະທານໂດຍ ພັຕ ນາງ ຄອນສະຫວັນ ບົວລະພັນ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ, ເຂົ້າຮ່ວມມີ ພັທ ແຫວນເພັດ ໂພມະຫາລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ, ມີຕາງໜ້າສະຫະພັນແມ່ຍິງ-ຊາວໜຸ່ມກອງບັນຊາການ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຫ້ອງຕຳຫຼວດເຂົ້າຮ່ວມ.

ພັຕ ນາງ ອາມອນ ດວງພິລາວັນ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດ ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການປະຕິບັດໜ້າທີ່ວຽກງານ 5 ປີຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາເອື້ອຍນ້ອງແມ່ຍິງພາຍໃນໜ່ວຍຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນ 5 ປີຜ່ານມາ ສາມາດຈັດແບ່ງປະເພດ ຄື: ມີຄອບຄົວ 3 ດີ 22 ຄອບຄົວ, 2 ດີ 1 ຄອບຄົວ, ບຸກຄົນ 3 ດີ 24 ສະຫາຍ, ບຸກຄົນ 2 ດີ 2 ສະຫາຍ, ພົນລະເມືອງດີ 49 ສະຫາຍ, ພັດທະນາດີ 49 ສະຫາຍ, ມີຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ, ຫຍິບປັກທັກແສ່ວ ແລະອື່ນໆ ລວມມີ 4 ຄອບຄົວ ແລະ ໄດ້ຕັ້ງໜ້າປັບປຸງການຈັດຕັ້ງໜ່ວຍແມ່ຍິງໃຫ້ເຂັ້ມແຂງ ສາມາດເຄື່ອນໄຫວມີປະສິດທິພາບ, ກໍ່ສ້າງສະມາຊິກເອື້ອຍ-ນ້ອງແມ່ຍິງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນ ແລະ ມີລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ກັບ ການສ້າງຂະບວນການຂອງແມ່ຍິງ ໃຫ້ເປັນຂະບວນ ຟົດຟື້ນ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງທັງສອງພາກໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.

ໂອກາດດຽວກັນ, ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ 7 ສະຫາຍ ເລືອກເອົາ 5 ສະຫາຍ; ໃນນັ້ນ, ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາ ພັຕ ນາງ ຄອນສະຫວັນ ບົວລະພັນ ເປັນຫົວໜ້າໜ່ວຍແມ່ຍິງຊຸດໃໝ່, ພັຕ ນາງ ວັນນະພອນ ນ້ອຍເທບອຳນວຍ, ຮອ ນາງ ມະໄລວັນ ພັນສະຫວ່າງ ເປັນຮອງ ແລະ 2 ສະຫາຍ ເປັນຄະນະ ເພື່ອສືບຕໍ່ຊີ້ນຳ-ນຳພາໜ່ວຍສະຫະພັນແມ່ຍິງຫ້ອງຕຳຫຼວດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.