808,8752,2336,1106,60,1108,65,72,275,29287,0

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສໍາເລັດການສອບເສັງຈົບຊັ້ນ ມ 7 ທົ່ວເມືອງ ສົກປີ 2017-2018 ເປັນເອກະພາບກັນທົ່ວປະເທດໃນຄັ້ງວັນທີ 19-20 ມິຖຸນາ 2018, ທີ່ສູນສອບເສັງມັດທະຍົມສົມບູນສຶກສາ ເມືອງແກ່ນທ້າວ, ເຂົ້າຮ່ວມຕັດຫົວບົດສອບເສັງຄັ້ງນີ້ມີ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງໆແກ່ນທ້າວ ທັງເປັນປະທານການສອບເສັງ ແລະ ທ່ານ ສົມພອນ ຈິນດາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງແກ່ນທ້າວ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ຄະນະກຳມະການ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

ທ່ານ ສົມພອນ ຈິນດາວົງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດທາງແຜນການຂອງພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ແຜນພັດທະນາການສຶກສາຂອງຫ້ອງການສຶກສາທິການ ແລະ ກິລາ ເມືອງແກ່ນທ້າວ ວາງອອກ ໃຫ້ປະກົດຜົນເປັນຈິງແລ້ວນັ້ນ, ເມືອງແກ່ນທ້າວ ໄດ້ຈັດຕັ້ງການສອບເສັງຈົບຊັ້ນ ມ 7 ໃນທົ່ວເມືອງ ສົກປີ 2017-2018 ໂດຍມີນ້ອງນັກຮຽນເຂົ້າຮ່ວມສອບເສັງທັງໝົດ 374 ນ້ອງ ຍິງ 191 ນ້ອງ, ມີ 4 ວິຊາສອບເສັງຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຊີວະວິທະຍາ, ວິຊາຄະນິດສາດ ແລະ ວິຊາພູມສາດ, ໄດ້ແບ່ງອອກເປັນ 17 ຫ້ອງສອບເສັງ, ແຕ່ລະຫ້ອງສອບເສັງ 22-23 ຄົນ ເຊິ່ງໃນສົກນີ້ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

ໂອກາດດຽວກັນ, ທ່ານ ອໍາຄາ ລັດສະໝີ ໄດ້ເນັ້ນໜັກໃຫ້ນ້ອງນັກຮຽນທີ່ສຳເລັດການສອບເສັງຄັ້ງນີ້ວ່າ: ໃຫ້ແຕ່ລະຄົນຈົ່ງສືບຕໍ່ຄົ້ນຄວ້າສຶກສາຮໍ່າຮຽນດ້ວຍຫຼາຍວິທີຢ່າງຕໍ່ເນື່ອງ, ນຳເອົາການຮໍ່າຮຽນທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນການສຶກສາຕໍ່ດ້ານຂະແໜງວິຊາສະເພາະຂອງຕົນເອງ ເພື່ອພັດທະນາໃຫ້ຕົນເອງມີຄວາມຮູ້-ຄວາມສາມາດເພີ່ມຂຶ້ນ ແລະ ຮັບປະກັນເມື່ອຈົບການສຶກສາໃນຂະແໜງວິຊາສະເພາະຂອງຕົນ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເຮັດໃຫ້ປະເທດຊາດມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.