ຫ້ອງການສາທາລະນະສຸກ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັດແພດລາວ ຄົບຮອບ 53 ປີ (18 ມິຖຸນາ 1965-18 ມິຖຸນາ 2018) ໃນວັນທີ 19 ມິຖຸນາ 2018 ເພື່ອໃຫ້ພະນັກງານ-ລັດຖະກອນ ໃນຂົງເຂດສາທາລະນະສຸກໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນ, ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ສາຍສະໝອນ ພົມມະຂັນ ຮອງເຈົ້າເມືອງໆທົ່ງມີໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ ຕະຫຼອດຮອດພະນັກງານວິຊາການຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມ.

ທ່ານ ສາຍສະໝອນ ພົມມະຂັນ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນບາງຕອນ ວ່າ: ວັນແພດລາວ ແມ່ນໄດ້ສ້າງຕັ້ງຂຶ້ນ ແລະ ກຳນົດໄວ້ໃນກົດໝາຍປິ່ນປົວ ເພື່ອເຮັດໃຫ້ພົນລະເມືອງລາວບັນດາເຜົ່າທຸກຊັ້ນຄົນ ເຫັນໄດ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສາທາລະນະສຸກ ໂດຍສະເພາະໃນຖັນແຖວແພດໝໍລາວ ໃນແຕ່ລະໄລຍະ ເພື່ອຈາລຶກຄຸນງາມຄວາມດີຂອງແພດໝໍ ແລະ ພະນັກງານສາທາລະນະສຸກທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນເຂົ້າໃນການປິ່ນປົວ, ຮັກສາສຸຂະພາບ ທັງເປັນການປຸກລະດົມມວນຊົນໃຫ້ເຫັນຄວາມສຳຄັນ ແລະ ທັງເປັນເຈົ້າການໃນການສົ່ງເສີມຮັກສາສຸຂະພາບຂອງຕົນ, ຄອບຄົວ ແລະ ຊຸມຊົນ; ທາງຂັ້ນເທິງຈຶ່ງໄດ້ກຳນົດເອົາວັນທີ 18 ມິຖຸນາ ຂອງທຸກໆປີ ເປັນຂີດໝາຍແຫ່ງການກຳເນີດຂອງວັນແພດລາວ ເປັນວັນປຸກລະດົມ, ສ້າງຂະບວນການ, ກິດຈະກຳຕ່າງໆ ແລະ ເຮັດໃຫ້ເຫັນໄດ້ບົດບາດຄວາມສຳຄັນ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ເພື່ອປັບປຸງຄວາມຮູ້-ຄວາມສາມາດ ແລະ ຈັນຍາທຳຂອງແພດໝໍລາວ ກໍຄືພະນັກງານສາທາລະນະສຸກທົ່ວປະເທດລາວ ໃນການຮັບໃຊ້ພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງ ແລະ ມີສຸຂະພາບທີ່ດີປອດໄພ.

ຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານແພດພາຍໃນເມືອງທົ່ງມີໄຊ ທຸກຄົນ ຈົ່ງເປັນເຈົ້າການປະຈຳການກຽມພ້ອມຕະຫຼອດ 24 ຊົ່ວໂມງ ໃນການຕ້ອນຮັບ ແລະ ປິ່ນປົວຄົນເຈັບທີ່ມາປິ່ນປົວມີອາການດີຂຶ້ນ ພ້ອມທັງຮັບປະກັນການປິ່ນປົວມີຄວາມວ່ອງໄວ, ທັນສະໄໝ ແລະ ມີຄວາມປອດໄພ.