ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃນວັນທີ 20 ມິຖຸນາ 2018, ເປັນປະທານໂດຍ ທ່ານ ນາງ ດາວ ວິນລາດຊະກິດ ຮອງເຈົ້າເມືອງໆຫົງສາ ທັງເປັນປະທານຄະນະກໍາມະການ ແລະ ຄວບຄຸມໄພພິບັດຂັ້ນເມືອງ, ມີ ທ່ານ ສຸກມາໄລ ວະນິສະເວດ ຜູ້ຮັບຜິດຊອບວຽກງານຊ່ວຍເຫຼືອເດັກສາກົນ ປະຈໍາແຂວງໄຊຍະບູລີ, ມີຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.

ທ່ານ ບຸນມີ ສີເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຫົງສາ ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ 6 ເດືອນຕົ້ນປີ 2018 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ວ່າ: 6 ເດືອນຜ່ານມາ ທົ່ວເມືອງໄດ້ມີໄພພິບັດເກີດຂຶ້ນທັງໝົດ 5 ຄັ້ງ, ມີ 9 ບ້ານ ມີ 442 ຄອບຄົວ, ຈໍານວນຄົນ 2.684 ຄົນ ຍິງ 1.280 ຄົນ, ລວມມູນຄ່າເສຍຫາຍທັງໝົດ 1 ຕື້ 3 ຮ້ອຍລ້ານກວ່າກີບ; ໃນນັ້ນ, ເກີດຈາກອັກຄີໄພ (ໄຟໄໝ້ເຮືອນ) ມີ 2 ຄັ້ງ, ມູນຄ່າເສຍຫາຍທັງໝົດ 223 ກວ່າກີບ, ລົມພະຍຸພັດເຮືອນເປ່ເພ 2 ຄັ້ງ ລວມມີ 4 ບ້ານ ມູນຄ່າເສຍຫາຍທັງໝົດເກືອບ 40 ລ້ານກີບ, ສັດຕູພືດທໍາລາຍຜົນຜະລິດລວມມີ 3 ບ້ານ ມູນຄ່າເສຍຫາຍ 1 ຕື້ກ່ວາກີບ, ເຊິ່ງບັນດາເຫດການທີ່ເກີດຂຶ້ນທາງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ກໍໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອຄອບຄົວທີ່ປະສົບກັບໄພພິບັດໄດ້ເປັນຢ່າງດີ ແລະ ມີຜົນສຳເລັດ.

ໂອກາດດັ່ງກ່າວ, ທ່ານ ນາງ ດາວ ວິນລາດຊະກິດ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃຫ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ ເພື່ອປ້ອງກັນບັນຫາອັກຄີໄພທີ່ອາດເກີດຂຶ້ນໃຫ້ມີທ່າອຽງຫຼຸດໜ້ອຍລົງເລື້ອຍໆ ແລະ ສືບຕໍ່ປ້ອງກັນບັນດາສັດຕູພືດທີ່ມາທຳລາຍຜົນຜະລິດຂອງພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ທັນເວລາ ຮັບປະກັນໃຫ້ຜົນຜະລິດມີການຂະຫຍາຍຕົວດີຂຶ້ນກວ່າເກົ່າ ແລະ ໄດ້ຮັບໝາກຜົນສູງສຸດໃນຕໍ່ໜ້າ.