ໃນຕອນເຊົ້າວັນທີ 26 ມິຖຸນາ 2018, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ໄດ້ຈັດພິທີຈູດທໍາລາຍຢາເສບຕິດຫຼາຍລາຍການ; ສ່ວນຫຼາຍແມ່ນຢາບ້າ ເນື່ອງໃນໂອກາດສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ ( ວັນທີ 26 ມິຖຸນາ 1987-26 ມິຖຸນາ 2018 ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ; ມີບັນດາການນໍາຂອງແຂວງ, ການນໍາເມືອງໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ຖາວອນ ອິນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ຢາເສບຕິດທີ່ນໍາຈູດທໍາລາຍໃນຄັ້ງນີ້ ແມ່ນສານປະຊາຊົນໄດ້ຕັດສິນເປັນທີ່ຮຽບຮ້ອຍແລ້ວ; ໃນນັ້ນ, ປະກອບມີຢາບ້າ, ເຮໂຣອິນ, ຢາໄອສ໌ ແລະ ຝຸ່ນແປ້ງສີຂາວ ລວມທັງໝົດ 193.940 ກວ່າກິໂລກຼາມ. ສໍາລັບການແກ້ໄຂຄະດີໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ກວດກາປາບປາມຢາເສບຕິດ ສາມາດຢຶດໄດ້ຢາເສບຕິດປະເພດຕ່າງໆຄື: ຢາບ້າ 1.934.424 ເມັດ, ໜັກ 193.424 ກິໂລກຼາມ, ຝຸ້ນແປ້ງສີຂາວ ຈຳນວນ 20 ເປົາ, ໜັກ 500 ກິໂລກຼາມ, ຢາໄອສ໌ 12 ຫໍ່, 3 ຖົງນ້ອຍ, 22 ຫຼອດນ້ອຍ, ໜັກ 13 ກຼາມ, ເຮໂຣອິນ ຈຳນວນ 6 ແທ່ງ, 4 ຖົງນ້ອຍ, 10 ຫຼອດນ້ອຍ, ໜັກ 3,5 ກິໂລກຼາມ, ມີຄະດີເກີດຂຶ້ນຍ້ອນຢາເສບຕິດ ທັງໝົດ 125 ເລື່ອງ, ຈັບຜູ້ຖືກຫາໄດ້ 144 ຄົນ ຍິງ 17 ຄົນ ແລະ ຄົນຕ່າງປະເທດ 4 ຄົນ.

ສ່ວນແຂວງໄຊຍະບູລີ, ຢາເສບຕິດທີ່ໄປຈູດທໍາລາຍມີຢາບ້າ 60.760 ເມັດ ເທົ່າກັບ 6.445,2 ກຼາມ ແລະ ຢາຝິ່ນຈໍານວນ 219,5 ກຼາມ. ນອກນີ້, ປັດຈຸບັນທົ່ວແຂວງມີຜູ້ຕິດຢາເສບຕິດທັງໜົດ 1.145 ຄົນ ຍິງ 15 ຄົນ. ໃນປີຜ່ານມາ ໄດ້ນໍາເອົາຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າບໍາບັດປິ່ນປົວສຸຂະພາບ, ສຶກສາອົບຮົມທັງໝົດ 568 ຄົນ ຍິງ 4 ຄົນ; ແກ້ໄຂຄະດີໄດ້ 151 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 281 ຄົນ ຍິງ 31 ຄົນ, ຢຶດຂອງກາງຢາບ້າ 109.707 ເມັດ, ຢາຝິ່ນ 735,8 ກຼາມ, ຢາໄອສ໌ 1,4 ກຼາມ, ເງິນກີບ 405 ລ້ານກີບ, ເງິນບາດໄທ 132.000 ກວ່າບາດ, ຄໍາຮູບປະພັນ 17 ເສັ້ນ, ລົດກະບະ 3 ຄັນ, ລົດເກັງ 1 ຄັນ, ລົດຈັກ 27 ຄັນ, ໂທລະສັບ 169 ເຄື່ອງ, ອາວຸດ 21 ກະບອກ, ລູກປືນ 591 ລູກ, ໜາກແຕກ 7 ໜ່ວຍ ໄປດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ. ໂດຍຜ່ານການສືບສວນ-ສອບສວນ ສົ່ງຄະດີໃຫ້ອົງການໄອຍະການປະຊາຊົນສັ່ງຟ້ອງໃຫ້ສານຕັດສິນ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ 80 ເລື່ອງ, ມີຜູ້ຖືກຫາ 117 ຄົນ ຍິງ 19 ຄົນ ແລະ ຂອງກາງຢາບ້າ 60.760 ເມັດ.