ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນກັບ ກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາຈັກ ກໍາປູເຈຍ ໃນວັນທີ 26 ມິຖຸນາ 2018 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ສປປ ລາວ, ຝ່າຍລາວນໍາໂດຍ ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍນໍາໂດຍ ພົອ ມາວ ບຸນນາຣິນ ຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາ ຈັກກຳປູເຈຍ ພ້ອມດ້ວຍຄະນະ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດຄວາມຮັບຜິດຊອບ ໃຫ້ກັນຮັບຮູ້ ເພື່ອເຮັດໃຫ້ທັງສອງຝ່າຍມີຄວາມເຂົ້າໃຈກ່ຽວກັບ ການປະຕິບັດວຽກງານດັ່ງກ່າວ, ພ້ອມທັງໄດ້ທົບທວນຄືນກ່ຽວກັບ ການເຮັດວຽກຮ່ວມກັນຂອງສອງກະຊວງ ກໍຄືກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກ ກໍາປູເຈຍ; ໂດຍສະເພາະໃນຕົ້ນປີ 2018 ຜ່ານມາ, ພະນະທ່ານ ສົມເດັດ ກຼໍລະໂຮມ ຊໍເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກ ກໍາປູເຈຍ ໄດ້ເດີນທາງມາຢ້ຽມຢາມສັນຖະໄມຕີ ແລະ ເຮັດວຽກຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ; ເຊິ່ງຄະນະຜູ້ແທນສອງກະຊວງ ໄດ້ແລກປ່ຽນສະພາບ ແລະ ປຶກສາຫາລືກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ຕາມເນື້ອໃນບົດບັນທຶກ ແລະ ຕາມພາລະບົດບາດໜ້າທີ່ການພົວພັນຂອງສອງກະຊວງ ເຊິ່ງເປັນຂີດໝາຍທີ່ດີໃນການພົວພັນຂອງສອງພັກ-ສອງລັດ ກໍຄືສອງກະຊວງ ທີ່ເຮັດວຽກງານປ້ອງກັນຄວາມສະຫງົບ.

ສະເພາະການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ກົມໃຫຍ່ພະລາທິການ ຂອງສອງປະເທດ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວຽກງານການຜະລິດ-ທຸລະກິດ ເພື່ອສ້າງລາຍຮັບໃຫ້ແກ່ກະຊວງ ກໍຄືກົມກອງຕ່າງໆ, ການຮັບປະກັນວຽກງານພະລາທິການ ໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ຊຸກຍູ້ການສົ່ງເສີມການຜະລິດຂອງກົມກອງລວມໝູ່ ແລະ ການກໍ່ສ້າງເສດຖະກິດຄອບຄົວ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.