ຫ້ອງສັນຕິບານ ປກສ ແຂວງສະຫວັນນະເຂດ ໄດ້ເປີດບັ້ນຝຶກອົບຮົມວຽກງານປ້ອງກັນພາຍໃນໄລຍະສັ້ນ ຄັ້ງທີ 1 ທົ່ວແຂວງສະຫວັນນະເຂດ ໃນວັນທີ 21 ມິຖຸນາ 2018, ເປັນປະທານໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ເຂົ້າຮ່ວມໂດຍ ພັທ ພູພອນ ວົງພະໄຕ ຮອງກົມປ້ອງກັນພາຍໃນ ກະຊວງ ປກສ, ມີຄະນະກອງບັນຊາການ ປກສ ແຂວງ-ເມືອງ, ຄູຝຶກ, ພ້ອມດ້ວຍນັກສຳມະນາກອນອ້ອມຂ້າງ ປກສ ແຂວງ, ປກສ ນະຄອນໄກສອນພົມວິຫານ ແລະ ຈາກ 14 ຕົວເມືອງ ເຂົ້າຮ່ວມ.

ການເປີດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເຫັນໄດ້ພາລະບົດບາດ, ໜ້າທີ່ຄວາມສຳຄັນຂອງວຽກງານປ້ອງກັນພາຍໃນ ເພື່ອຍົກສູງຄວາມຮັບຜິດຊອບໃນການຊີ້ນຳ, ການຈັດຕັ້ງປະຕິບັດ, ປັບປຸງແບບແຜນວິທີເຮັດວຽກໃຫ້ໄດ້ຮັບປະສິດທິຜົນສູງ, ແນໃສ່ສະກັດກັ້ນ, ຕ້ານເລ້ລ່ຽມກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງແຊກຊຶມ, ລິດລອດເຂົ້າຢູ່ພາຍໃນກົງຈັກການຈັດຕັ້ງຂອງພັກ-ລັດ ຢູ່ໃນຖັນແຖວພະນັກງານ, ລັດຖະກອນຂັ້ນຕ່າງໆໃຫ້ມີຄວາມສະຫງົບ-ປອດໄພ ຮອບດ້ານ.

ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ເອກະສານວຽກງານສືບສວນຂັ້ນພື້ນຖານຢູ່ຕາມສຳນັກງານອົງການ, ເອກະສານວຽກງານຕໍ່ສູ້ຕ້ານກັບ ພວກສວຍໂອກາດທາງດ້ານການເມືອງ ຢູ່ຖັນແຖວສະມາຊິກພັກ-ພະນັກງານຂອງສຳນັກງານອົງການພັກ-ລັດຕ່າງໆ, ບັນດາຮ່າງເກັບກຳສະຖິຕິວຽກງານວິຊາສະເພາະ ວຽກງານປ້ອງກັນພາຍໃນ ຢູ່ບັນດາສຳນັກງານ-ອົງການຂອງພັກ-ລັດຂັ້ນຕ່າງໆ, ທິດສະດີພື້ນຖານ ກ່ຽວກັບ ວຽກງານປ້ອງກັນພາຍໃນສຳນັກງານອົງການວຽກງານຕໍ່ສູ້ຕ້ານກັບການແຊກຊຶມຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີເຂົ້າພາຍໃນປະເທດເຮົາ ແລະ ຂໍ້ຕົກລົງ ສະບັບເລກທີ 1384/ປກສ ລົງວັນທີ 24 ຕຸລາ 2013 ວ່າດ້ວຍ ລະບຽບການປ້ອງກັນພາຍໃນ.

ໃນຕອນທ້າຍ, ທ່ານ ວົງເພັດ ໄຊສະຫງວນ ຮອງເຈົ້າເເຂວງ ຫົວໜ້າໂຄສະນາອົບຮົມແຂວງ ໄດ້ເນັ້ນໃຫ້ນັກສຳມະນາກອນ ຈົ່ງພ້ອມກັນເອົາໃຈໃສ່, ຍົກສູງພາລະບົດບາດ ແລະ ເປັນເຈົ້າການມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູທີ່ຫວັງມ້າງເພ່ທຳລາຍ, ໃສ່ຮ້າຍປ້າຍສີຜູ້ນຳພັກ-ລັດ ແລະ ຮຽກຮ້ອງໃຫ້ພະນັກງານຄູ-ອາຈານ ແລະ ນັກສຳມະນາກອນ ຈົ່ງພ້ອມກັນບຸກບືນສ້າງຄວາມພ້ອມໃນທຸກດ້ານ, ສ້າງຖັນແຖວພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ໃຫ້ມີຄວາມຮູ້-ຄວາມສາມາດ, ມີລະດັບສະຕິປັນຍາແຫຼມຄົມ ພ້ອມກັນເອົາໃຈໃສ່ເກັບກຳເອົາບົດຮຽນທີ່ໄດ້ຮຽນມາ ນຳໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນໃຫ້ເກີດປະໂຫຍດສູງສຸດ ເຊິ່ງຊຸດຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງສຳເລັດ.