ກົມໃຫຍ່ການເມືອງ, ກອງບັນຊາການປ້ອງກັນສູນກາງ ແລະ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເອກະສານຄໍາສັ່ງຂອງ ກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ໃນວັນທີ 26 ມິຖຸນາ 2018, ໂດຍການເຜີຍແຜ່ຂອງ ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ, ເລຂາຄະນະພັກກອງບັນຊາການ, ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັອ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງ ແລະ ພັອ ປອ ມາລາ ວິລະຈິດ ເລຂາຄະນະພັກກົມ, ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີຄະນະພັກ, ກົມໃຫຍ່, ກອງບັນຊາການ, ກົມ, ຫ້ອງ, ກອງພັນ, ກອງຮ້ອຍ ແລະ ສະມາຊິກພັກເຂົ້າຮ່ວມ.

ການເຜີຍແຜ່ເອກະສານດັ່ງກ່າວນີ້ ແມ່ນເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ, ເລິກເຊິ່ງ, ເປັນເອກະພາບກັນທາງດ້ານເນື້ອໃນ, ຄວາມໝາຍ-ຄວາມສໍາຄັນ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນ.

ເອກະສານທີ່ນໍາມາເຜີຍແຜ່ລວມມີ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ ຄລສພ ກ່ຽວກັບ ການກະກຽມການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ ວ່າດ້ວຍ ມາດຖານພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງ ກົມການເມືອງສູນກາງພັກ ເລກທີ 031/ກມສພ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ, ມະຕິຂອງ ກົມການເມືອງສູນກາງພັກ ເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງ ພັກເລກທີ 292/ຄຈສພ ກ່ຽວກັບ ວຽກງານສ້າງແຜນກໍານົດພະນັກງານ, ມາດຖານພະນັກງານນໍາພາ-ຄຸ້ມຄອງ ແລະ ວຽກງານຄຸ້ມຄອງພະນັກງານ.