ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຄົບຄະນະພັກຮາກຖານກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2018, ໂດຍການເປັນປະທານຂອງ ພົຈວ ຄຳສາຍ ຈັນທະວົງ ຄະນະພັກກະຊວງ ເລຂາຄະນະບໍລິຫານງານພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຄະນະພັກ-ຄະນະກົມອ້ອມຂ້າງເຂົ້າຮ່ວມ.

ພັທ ຫຸມພັນ ເພັດບຸນມີ ຮອງເລຂາຄະນະບໍລິຫານງານພັກກົມ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນຜົນງານການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນຜ່ານມາວ່າ: ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໂດຍນຳເອົາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ, ໜັງສືແຈ້ງການ, ຂໍ້ຕົກລົງຕ່າງໆນຳໄປເຊື່ອມຊືມໃຫ້ພະນັກງານ-ນັກຮົບໃຫ້ມີສະຕິ, ມີຄວາມຕື່ນຕົວ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກວິຊາສະເພາະຂອງຕົນ ຕາມການມອບໝາຍຈາກຂັ້ນເທິງໃຫ້ມີຜົນສໍາເລັດ, ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເຊິ່ງສະແດງອອກໃນໄລຍະ 6 ເດືອນຜ່ານມາ, ສາມາດຂຶ້ນສະຖິຕິຄຸ້ມຄອງສໍາມະໂນຄົວ ຢູ່ບັນດາແຂວງໃນທົ່ວປະເທດໄດ້ 10.610 ຄອບຄົວ, ປັບປຸງສໍາມະໂນຄົວການນໍາໄດ້ 57 ຄອບຄົວ, ຂຶ້ນສໍາມະໂນຄົວແບບໃໝ່ໄດ້ 20 ສະບັບ, ປ່ຽນປຶ້ມສໍາມະໂນຄົວຕ່າງດ້າວໄດ້ 32 ຄອບຄົວ, ອອກບັດປະຈຳຕົວຕ່າງດ້າວໄດ້ 251 ບັດ, ຜະລິດບັດປະຈໍາຕົວແບບໃໝ່ໃຫ້ປະຊາຊົນໃນທົ່ວປະເທດໄດ້ 36.522 ບັດ ຍິງ 20.552 ບັດ, ຜະລິດຕາປະທັບອອກຮັບໃຊ້ການຈັດຕັ້ງຂອງລັດ ແລະ ເອກະຊົນໄດ້ 7.292 ໜ່ວຍ, ຂຶ້ນທະບຽນຕາປະທັບໄດ້ 2.235 ສະບັບ. ພ້ອມນັ້ນ, ໄດ້ນໍາພາວຽກງານກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດຊີ້ນໍາ ແລະ ດໍາເນີນກອງປະຊຸມວຽກງານພັກ-ວຽກງານການເມືອງ 5 ປີ ສໍາເລັດ. ອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນ ສົມບູນ 30 ສະຫາຍ ຍິງ 7 ສະຫາຍ, ມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ 44 ສະຫາຍ ຍິງ 3 ສະຫາຍ, ຮຽນກົດລະບຽບພັກ 31 ສະຫາຍ ຍິງ 5 ສະຫາຍ, ຮຽນສະໜັບສະໜູນ 6 ສະຫາຍ, ເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈຳນວນ 30 ສະຫາຍ ຍິງ 9 ສະຫາຍ.

ໃນຕໍ່ໜ້າ, ຄະນະພັກກົມ ຈະສືບຕໍ່ວຽກງານສືກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານ ໂດຍຖືເອົາການຮ່ວມຊີວິດປະຈຳເດືອນເປັນຕົ້ນຕໍ ຕິດພັນກັບການນຳເອົາບັນດາແນວທາງ, ມະຕິ, ຄຳສັ່ງ, ລະບຽບ, ກົດໝາຍຕ່າງໆ ມາຈັດຕັ້ງເຜີຍແຜ່ໃຫ້ພະນັກງານມີແນວຄິດອຸ່ນອຽ່ນທຸນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກແຕ່ລະຂັ້ນໃຫ້ມີຜົນສໍາເລັດ, ສືບຕໍ່ເກັບກຳການເໜັງຕິງຂອງພົນລະເມືອງ, ປັບປຸງແກ້ໄຂສຳມະໂນຄົວ ແລະ ອອກບັດປະຈຳຕົວລາວ-ຕ່າງດ້າວ ໃຫ້ເປັນປົກກະຕິ. ສືບຕໍ່ປັບປຸງເອກະສານຄຳສັ່ງຂອງ ທ່ານລັດຖະມົນຕີກະຊວງ ປກສ, ບົດແນະນໍາເພີ່ມເຕີມຂອງຫົວໜ້າກົມ 509 ກ່ຽວກັບ ການເພີ່ມທະວີວຽກງານກໍ່ສ້າງ ແລະ ປັບປຸງກຳລັງ ປກສ ກຸ່ມ-ປກສ ບ້ານ ໃນຂອບເຂດທົ່ວປະເທດ.