ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສຳມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ຂຶ້ນໃນວັນທີ 27 ມິຖຸນາ 2018, ທີ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາຜູ້ຕາງໜ້າຈາກທະນາຄານໂລກ, ຫົວໜ້າກົມ-ຮອງກົມ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຫົວໜ້າທຸລະກິດ SMEs ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ; ມາຮອດປັດຈຸບັນມີຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼາຍກວ່າ 5 ລ້ານຫົວໜ່ວຍ ກວມເອົາຫຼາຍກວ່າ 90% ຂອງເສດຖະກິດໂລກ ແລະ ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 70% ໃນທົ່ວໂລກ ແລະ ໄດ້ປະກອບສ່ວນໃຫ້ແກ່ເປົ້າໝາຍການພັດທະນາແບບຍື່ນຍົງ.

ສຳລັບ ສປປ ລາວ, ລັດຖະບານໄດ້ຖືເອົາການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງຈຸນລະວິສາຫະກິດເປັນວາລະແຫ່ງຊາດ ໂດຍເພີ່ມທະວີຊີ້ນຳ-ນຳພາສ້າງແຜນພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2016-2020 ເພື່ອຮັບປະກັນທຸກນະໂຍບາຍ ແລະ ມາດຕະການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ບັນລຸໄວ້ໃນແຜນການພັດທະນາ ແມ່ນຈະຖືກປະຕິບັດໂດຍທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ເຮັດໃຫ້ວິສາຫະກິດດັ່ງກ່າວ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສາມາດໃນການແຂ່ງຂັນຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ; ຊຶ່ງແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2016-2020 ປະກອບມີ 7 ຂົງເຂດນະໂຍບາຍ ແລະ 43 ມາດຕະການ, ໂຄງການ ແລະ ກິດຈະກຳຈັດຕັ້ງປະຕິບັດທີ່ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນປະຊາຄົມເສດຖະກິດອາຊຽນ, ເຊິ່ງແຜນດັ່ງກ່າວນີ້ ໄດ້ຖືກບັນຈຸເຂົ້າໃນແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 5 ປີ (2016-2020), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ໃຫ້ສອດຄ່ອງກັບແຜນຍຸດທະສາດພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2016-2025 ຂອງອາຊຽນ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໄປແລ້ວໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບໝາກຜົນສູງສຸດ.

ພ້ອມດຽວກັນນັ້ນ, ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຜີຍແຜ່ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ຢູ່ສາມພາກ (ເໜືອ, ກາງ, ໃຕ້) ຂອງລາວ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ບົດບາດຂອງພາກສ່ວນພາກລັດທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກຳ ແລະ ປ່າໄມ້, ທະນາຄານກາງ, ການເງິນ, ວິທະຍາສາດ ແລະ ເຕັກໂນໂລຊີ, ສຶກສາທິການ ແລະ ກິລາ, ອຸດສາຫະກຳ ແລະ ການຄ້າ ໃນການສົ່ງເສີມ ແລະ ພັດທະນາວິສາຫະກິດດັ່ງກ່າວໃຫ້ບັນລຸຜົນສຳເລັດ; ພ້ອມທັງເປັນການເປີດໂອກາດໃຫ້ພາກທຸລະກິດ ໂດຍສະເພາະແມ່ນບັນດານັກທຸລະກິດໜຸ່ມທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວທຸລະກິດ ຈຳນວນ 7 ຫົວໜ່ວຍ ເພື່ອນຳສະເໜີຜົນງານພ້ອມທັງແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ປະສົບການດຳເນີນທຸລະກິດຂອງເຂົາເຈົ້າທີ່ມີຢູ່ໃຫ້ມີການຂະຫຍາຍຕົວ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.