ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມເຜີຍແຜ່ສະພາບການຊາຍແດນ ລາວ-ກຳປູເຈຍ ໃນວັນທີ 27 ມິຖຸນາ 2018 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ກຊສ ໄດ້ຮັບຮູ້ສະພາບການ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນລະຫວ່າງ ລາວ-ກຳປູເຈຍ ຢ່າງຖືກຕ້ອງ, ເລີກເຊິ່ງ ແລະ ກ້ວາງຂວາງທົ່ວເຖິງທຸກເປົ້າໝາຍ; ບັນຍາຍເອກະສານໂດຍ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກ.

ທ່ານ ບຸນເກີດ ສັງສົມສັກ ໄດ້ຍົກໃຫ້ເຫັນຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນລະຫວ່າງ ລາວ ແລະ ກຳປູເຈຍ ທີ່ເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນມາຕັ້ງແຕ່ບູຮານນະການ, ທັງສອງຊາດລ້ວນແລ້ວແຕ່ມີພາສາປາກເວົ້າ, ມີໂຕໜັງສືຂຽນ, ມີຮີດຄອງປະເພນີ, ມີປະຫວັດສາດ ແລະ ວັດທະນາທຳອັນເກົ່າແກ່ທີ່ເປັນເອກະລັກຂອງໃຜລາວ ແລະ ມີການພົວພັນການຮ່ວມມືລະຫວ່າງສອງປະເທດ ລາວ-ກຳປູເຈຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກຳປູເຈຍ ມີຊາຍແດນຮ່ວມກັນປະມານ 535 ກິໂລແມັດ, ເບື້ອງລາວມີແຂວງຈຳປາສັກ ແລະ ແຂວງອັດຕະປື, ເບື້ອງກຳປູເຈຍມີແຂວງເພຣຍວິເຮຍ, ແຂວງຊຽງແຕງ ແລະ ແຂວງລັດຕະນະຄິຣີ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຊາຍແດນ ກໍຄືການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ; ໃນວັນທີ 22 ພະຈິກ 1995, ຄະນະຜູ້ແທນລັດຖະບານຂອງສອງປະເທດ ຈຶ່ງໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາ 4 ຫຼັກການພື້ນຖານນຳກັນ ໂດຍມີເນື້ອໃນລະອຽດບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ສະໄໝຕົກເປັນຫົວເມືອງ ໂດຍອີງຕາມແຜນທີ່ 1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງ ພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ, ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ, ການຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ ແລະ ບົນພື້ນຖານຂອງຄວາມສະເໝີພາບທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ເປັນເອກະພາບຢ່າງສົມບູນ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ເລີ່ມດຳເນີນການສຳຫຼວດທິດເນັ່ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງຮ່ວມກັນ ເລີ່ມແຕ່ປີ 2000 ເປັນຕົ້ນມາ; ເຊິ່ງສາມາດສຳຫຼວດຕົວຈິງສຳເລັດ 465 ກິໂລແມັດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນແລ້ວ 126 ຫຼັກ, ໃນນີ້ທັງສອງຝ່າຍໄດ້ຮັບຮອງເອົາແລ້ວ 121 ຫຼັກ ນັບແຕ່ຕົ້ນເດືອນກຸມພາ 2017 ເປັນຕົ້ນມາ, ບັນຫາຊາຍແດນລະຫວ່າງ ສປປ ລາວ-ກຳປູເຈຍ ໄດ້ມີຄວາມເຄັ່ງຕຶງ ເນື່ອງຈາກກອງທະຫານຊ່າງແສງຂອງກະຊວງປ້ອງກັນປະເທດກຳປູເຈຍ ໄດ້ກໍ່ສ້າງເສັ້ນທາງລຽບຕາມຈຸດຊັບຊ້ອນ ພ້ອມທັງວາງກຳລັງເປັນຈຸດໆ; ເຊິ່ງເປັນການລະເມີດຕໍ່ການຕົກລົງຂອງສອງປະເທດທີ່ຫ້າມບໍ່ໃຫ້ມີການກໍ່ສ້າງ ຫຼື ບຸກເບີກຢູ່ບໍລິເວນຊາຍແດນທີ່ສອງຝ່າຍຍັງບໍ່ໄດ້ສຳຫຼວດຮ່ວມກັນ; ຕໍ່ກັບບັນຫາທີ່ເກີດຂຶ້ນພັກ ແລະ ລັດຖະບານເຮົາໄດ້ພະຍາຍາມແກ້ໄຂ ໂດຍສັນຕິວິທີຕາມແນວທາງຂອງພັກໂດຍມີການທັກທ້ວງພົບປະຫາລືຫຼາຍລະດັບຕໍ່ເນື່ອງ, ຫຼີກລ່ຽງການປະທະກັນດ້ວຍອາວຸດ, ບໍ່ໃຊ້ຄວາມແຂງກະດ້າງ, ບໍ່ໃຊ້ຄວາມຮຸນແຮງ, ບໍ່ໃຊ້ກຳລັງອາວຸດ; ພ້ອມນັ້ນ, ພັກ-ລັດຖະບານລາວເຮົາຈະສືບຕໍ່ຄົ້ນຄວ້າ, ຊອກຫາວິທີທາງ ເພື່ອດຳເນີນການແກ້ໄຂຮ່ວມກັນຕາມຫຼັກການທີ່ທັງສອງຝ່າຍໄດ້ເຫັນດີຕົກລົງກັນ ຈົນກວ່າເຂດຄົງຄ້າງຈະໄດ້ຮັບການສຳຫຼວດ ແລະ ປັກຫຼັກໝາຍຢ່າງຖາວອນ.