ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວໄຊຍະບູລີ ໃນວັນທີ 26 ມິຖຸນາ 2018.

ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ທີ່ໄດ້ນໍາເອົາຄວາມເປັນຫວງເປັນໃຍມາສູ່ກໍາລັງປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງຂອງແຂວງ ແລະ ບາງສະພາບການອັນພົ້ນເດັ່ນທີ່ພົວພັນເຖິງຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພົຕ ປອ ສົມຫວັງ ທຳມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການນຳຂອງແຂວງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການນໍາຂອງແຂວງ ທີ່ໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີໃບໜ້າໃໝ່, ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼື່ອ, ເບິ່ງແຍງໃນການປະຕິບັດໜ້າທີ່ຂອງກຳລັງ ປກສ ໃນໄລຍະຜ່ານມາ; ເຮັດໃຫ້ທົ່ວແຂວງໄຊຍະບູລີ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.