ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ໄດ້ພົບປະແລກປ່ຽນບົດຮຽນ ເພື່ອສືບຕໍ່ພົວພັນຮ່ວມມືພັດທະນາການສຶກສາ ໃນວັນທີ 27 ມິຖຸນາ 2018, ໂດຍການນໍາພາຂອງ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ຮອງອໍານວຍການ, ຄະນະອໍານວຍການ, ຫ້ອງການເມືອງ, ຄູ-ອາຈານທັງສອງພາກສ່ວນເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຂອງ 2 ວິທະຍາຄານຄັ້ງນີ້ ແມ່ນໄດ້ສືບເນື່ອງມາຈາກການພົບປະເຮັດວຽກໃນຄັ້ງວັນທີ 15 ມັງກອນ 2018 ທີ່ເປັນນິມິດໝາຍ, ເປັນບາດຫຼ້ຽວສໍາຄັນ ເພື່ອຈະໄດ້ສືບຕໍ່ພົວພັນຮ່ວມມືໃນຂອບເຂດການພັດທະນາການສຶກສາ, ການບໍລິຫານ, ການປະຕິບັດລະບອບ, ລະບຽບ, ກົນໄກ ແລະ ນະໂຍບາຍຕໍ່ຄູ-ອາຈານ, ພະນັກງານ, ນັກສຶກສາ, ການຊ່ວຍເຫຼືອເຊິ່ງກັນແລະກັນ ແນໃສ່ເຮັດໃຫ້ການພັດທະນາການສຶກສາ ກໍຄືການພັດທະນາກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຂອງສອງສະຖາບັນການສຶກສາ ກ້າວເຂົ້າສູ່ລວງເລິກຢ່າງມີຄຸນນະພາບສູງກວ່າເກົ່າ.

ໃນໄລຍະຜ່ານມາ, ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ມີການພົບປະແລກປ່ຽນບົດຮຽນດ້ານວຽກງານການສຶກສາເປັນປະຈໍາ ເປັນຕົ້ນແມ່ນ ວັນທີ 25 ມັງກອນ 2018, ທັງ 2 ວິທະຍາຄານດັ່ງກ່າວ ກໍໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນຫຼາຍດ້ານ ເຊັ່ນ: ຂົງເຂດວຽກງານຫ້ອງການເມືອງ, ຂົງເຂດວຽກງານຫ້ອງຄຸ້ມຄອງວິທະຍາສາດ, ຂົງເຂດວຽກງານຫ້ອງຄຸ້ມຄອງຫຼັກສູດການສຶກສາ, ຂົງເຂດວຽກງານຄູ ແລະ ຂົງເຂດວຽກງານຄຸ້ມຄອງນັກສຶກສາ.