ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ (ກຜທ) ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ອົງການຢູນີເຊັບ ໄດ້ສະຫຼຸບການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ເຊິ່ງເປັນການສໍາຫຼວດສຸຂະພາບຈະເລີນພັນຂອງແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ ໃນວັນທີ 27 ມິຖຸນາ 2018, ໂດຍການເປັນປະທານຂອງທ່ານ ປອ ສະໄໝຈັນ ບູບຜາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າສູນສະຖິຕິແຫ່ງຊາດ, ມີຄະນະຮັບຜິດຊອບ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ສະໄໝຈັນ ບຸບຜາ ກ່າວວ່າ: ການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ໃນປີ 2017 ຜ່ານມາ ແມ່ນການສໍາຫຼວດຄົວເຮືອນໃນທົ່ວປະເທດ ເຊິ່ງເປັນການຊີ້ບອກຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ ກໍຄືສຸຂະພາບຈະເລີນພັນຂອງເຂົາເຈົ້າໃນດ້ານຕ່າງໆ ເຊັ່ນ: ການຕາຍຂອງເດັກ, ການຂາດສານອາຫານຊໍາເຮື້ອ, ການເກີດລູກໂດຍມີແພດຊໍານານຊ່ວຍເກີດ, ອັດຕາການຄວບຄຸມການສະໜອງນໍ້າສະອາດ ແລະ ສຸຂາພິບານ, ອັດຕາການເຂົ້າໂຮງຮຽນຊັ້ນປະຖົມສຶກສາ ແລະ ການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ; ການສໍາຫຼວດດັ່ງກ່າວສະແດງໃຫ້ເຫັນເຖິງອັດຕາການເສຍຊີວິດຂອງເດັກກ່ອນໄວຮຽນ ໃນ ສປປ ລາວ ໄດ້ຫຼຸດລົງຫຼາຍພໍສົມຄວນ ເຊິ່ງອັດຕາການຕາຍຂອງເດັກລຸ່ມ 5 ປີ ຍັງເຫຼືອແຕ່ 46 ຄົນ ຕໍ່ 1.000 ຄົນ ຂອງການເກີດມີຊີວິດ, ຈາກການສົມທຽບໃນປີ 2011 ອັດຕາການຕາຍຂອງເດັກລຸ່ມ 5 ປີ ແມ່ນ 79 ຄົນ ຕໍ່ 1.000 ຄົນ; ການຂາດສານອານຫານຊໍາເຮື້ອຫຼຸດລົງ 44%-33%, ການເຂົ້າເຖິງສຸຂາພິບານທີ່ໄດ້ຮັບການປັບປຸງແມ່ນສູງເຖິງ 74%, ເດັກຈໍານວນຫຼາຍແມ່ນໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ ແລະ ສົ່ງຜົນເຖິງການກຽມຄວາມພ້ອມເຂົ້າຮຽນ, ອັດຕາສ່ວນຮ້ອຍເດັກອາຍຸ 36-56 ເດືອນ ທີ່ໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນເພີ່ມຂຶ້ນ 23-32%, ມີຄວາມຄືບໜ້າທີ່ດີກ່ຽວກັບ ການຫຼຸດລົງຂອງການໃຊ້ຄວາມຮຸນແຮງຕໍ່ເດັກ, ໃນໄລຍະຜ່ານມາ ອັດຕາສ່ວນຮ້ອຍຂອງເດັກອາຍຸ 2-14 ປີ ທີ່ຖືກທໍາຮ້າຍຮ່າງກາຍຫຼຸດລົງຈາກ 77%-70%, ອັດຕາສ່ວນຮ້ອຍຂອງແມ່ຍິງອາຍຸ 20-49 ປີ ທີ່ແຕ່ງດອງກ່ອນອາຍຸ 18 ປີ ຫຼຸດລົງຈາກ 37% ເຫຼືອແຕ່ 32,7%.

ການສໍາຫຼວດຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຄືບໜ້າໂດຍລວມ ທີ່ສາມາດຍາດແຍ່ງມາໄດ້ໃນຫຼາຍໆດ້ານເຊັ່ນ: ການມີຊີວິດຢູ່ລອດຂອງເດັກນ້ອຍ, ການຈະເລີນເຕີບໂຕ, ການສຶກສາ ແລະ ການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ, ເຊິ່ງເປັນຜົນປະໂຫຍດຫຼາຍພໍສົມຄວນໃນການສ້າງຕົວຊີ້ວັດທາງດ້ານສັງຄົມ ແລະ ປະຊາກອນທີ່ມີຄວາມຊັດເຈນ, ສາມາດນໍາໃຊ້ຂໍ້ມູນເຫຼົ່ານີ້ຊ່ວຍໃນການສ້າງນະໂຍບາຍ, ສ້າງແຜນງານ ແລະ ຕິດຕາມການປະເມີນຜົນໄດ້ໃນຕໍ່ໜ້າ.