ກອງປະຊຸມສະຫຼຸບເກັບກໍາຂໍ້ມູນ ແລະ ປະເມີນຜົນ ກໍາລັງຕໍາຫຼວດກວດຄົນເຂົ້າ-ອອກເມືອງ ( ຕມ ) ທົ່ວ ປກສ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2018 ເປັນປະທານໂດຍ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ເຂົ້າຮ່ວມໂດຍ ພັທ ບຸນຄົງ ອະໄພວົງ ຮອງຫົວໜ້າກົມ ຕມ, ມີ ພັທ ມິ່ງແກ້ວ ວົງຄຳພາ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າຫ້ອງສັນຕິບານພ້ອມຄະນະ, ມີຄະນະເກັບກຳຂໍ້ມູນຈາກກົມ ຕມ, ແຂກຮັບເຊີນຕະຫຼອດຮອດພະນັກງານ-ນັກຮົບ ກຳລັງ ຕມ ທົ່ວ ປກສ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ພັທ ບົວລອນ ສຸວັນນະລາ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານ ຕມ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງ ໂດຍຫຍໍ້ ແລະ ຍົກໃຫ້ເຫັນກຳລັງ ຕມ ມີຈຳນວນພົນທັງໝົດ 67 ສະຫາຍ ຍິງ 14 ສະຫາຍ; ເຊິ່ງແຕ່ລະສະຫາຍ ໄດ້ຮັບໜ້າທີ່ປະຈຳການຕາມແຕ່ລະຈຸດດ່ານຊາຍແດນໃນຂອບເຂດທົ່ວແຂວງບໍລິຄຳໄຊ ປະກອບມີ 7 ດ່ານ ມີດ່ານສາກົນ 2 ແຫ່ງ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍການເຂົ້າ-ອອກເມືອງຂອງມວນຊົນທັງຄົນລາວ ແລະ ຊາວຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ-ປອດໄພ 100%. ຜ່ານການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະໜຶ່ງປີຜ່ານມາແມ່ນ ໄດ້ເອົາໃຈໃສ່ກວດກາຮັບໃຊ້ໃຫ້ບໍລິການມວນຊົນເຂົ້າ-ອອກເມືອງ ໄດ້ທັງໝົດ 446.291 ຄົນ ຍິງ 211.522 ຄົນ, ມີເດັກ 8.536 ຄົນ, ມີພາຫະນະເຂົ້າ-ອອກຈຳນວນ 136.301 ຖ້ຽວຄັນ, ປະເພດເຮືອ 32.288 ຖ້ຽວລໍາ ແລະ ເຮືອບັກ 7.900 ຖ້ຽວລໍາ, ພ້ອມທັງຍັງກວດກາ ແລະ ຢຶດໄດ້ເຄື່ອງຂອງກາງຜິດກົດໝາຍປະເພດໄມ້ ມີ 17 ຄັ້ງ ມີໄມ້ 18.849 ແມັດກ້ອນ ກັບ 2.489 ກິໂລກຼາມ, ປະເພດຢາບ້າ 7 ເມັດ ແລະ ປະເພດສັດຫວງຫ້າມຈຳນວນໜຶ່ງ ສ່ວນຜູ້ກະທຳຜິດແມ່ນໄດ້ທຳການສຶກສາອົບຮົມປັບໃໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ໂອກາດດັ່ງກ່າວ, ພັຕ ພອນສະຫວັດ ໄຊຍະສານ ຮອງຫົວໜ້າພະແນກຄຸ້ມຄອງໂຄງການຫຼັກສູດກົມກໍ່ສ້າງກຳລັງ ໄດ້ຂຶ້ນຊີ້ແຈງອະທິບາຍຮ່າງເອກະສານຕ່າງໆໃນການປະເມີນຜົນຂອງກຳລັງ ຕມ ໃຫ້ແຕ່ລະສະຫາຍໄດ້ເຂົ້າໃຈຢ່າງລະອຽດໃນການຕີລາຄາປະເມີນຜົນຕົນເອງຕາມເອກະສານລະບຸໄວ້ ເພື່ອໃຫ້ຄະນະຮັບຜິດຊອບໄດ້ນຳໄປຄົ້ນຄວ້າມີທິດທາງປັບປຸງແກ້ໄຂເພື່ອໃຫ້ກຳລັງ ຕມ ມີແບບແຜນ, ວິທີການໃນການເຮັດວຽກທີ່ຖືກຕ້ອງສອດຄ່ອງທັນສະໄໝ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງມວນຊົນ ທີ່ມາໃຊ້ບໍລິການ ແລະ ໃຫ້ມີຄວາມສະຫງົບ-ປອດໄພ 100%.

ຕອນທ້າຍ, ພັທ ບຸນຄົງ ອະໄພວົງ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ຈົ່ງເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງແນວຄິດຢ່າງເປັນປົກກະຕິ ຖືເປັນບັນຫາສຳຄັນໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງປະຕິບັດວຽກງານດ້ວຍຄວາມຊື່ສັດບໍລິສຸດ, ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້ໃຫ້ເຂັ້ມງວດ ແລະ ຕ້ອງກໍາແໜ້ນຂໍ້ກຳນົດກົດລະບຽບ, ຫຼັກການເຮັດວຽກໃຫ້ທັນສະໄໝ, ວ່ອງໄວຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍນັບມື້ນັບດີຂຶ້ນເລື້ອຍໆ.