ອາທິດຜ່ານມາ, ແຂວງຫົວພັນ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມໄດ້ຈັດຕັ້ງເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງກົມການເມືອງສູນກາງພັກກ່ຽວກັບການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍເຜີຍແຜ່ຂອງ ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫົວພັນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກ, ສະພາປະຊາຊົນ, ຫົວໜ້າ-ຮອງພະແນກການ, ອົງການທຽບເທົ່າ ແລະ ແຂກຮັບເຊີນເຂົ້າຮ່ວມນໍາ.

ທ່ານ ວັນໄຊ ແພງຊຸມມາ ໄດ້ເຜີຍແຜ່ຄໍາແນະນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017 ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 100/ຄຈສພ ວັນທີ 19 ກຸມພາ 2018; ເຊິ່ງເນື້ອໃນຂອງກອງປະຊຸມ ແມ່ນໄດ້ຕີລາຄາຜົນໄດ້ຮັບໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ດ້ານວຽກງານຈັດຕັ້ງພັກ ແມ່ນສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຕົວຢ່າງຕໍ່ເນື່ອງ ເຮັດໃຫ້ການຈັດຕັ້ງພັກ ແລະ ຖັນແຖວສະມາຊິກພັກເພີ່ມຂຶ້ນ, ຖ້າທຽບໃສ່ປີ 2016 ຈໍານວນຮາກຖານພັກເພີ່ມຂຶ້ນ 410 ຮາກຖານພັກ, ຂະບວນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຕິດພັນກັບຂະບວນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ມີຫຼາຍໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຫຼາຍສະໄໝຕິດຕໍ່ກັນ, ມາຮອດປັດຈຸບັນ ມີໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຈໍານວນ 11.359 ໜ່ວຍພັກ; ເວົ້າລວມແລ້ວ ບັນດາການຈັດຕັ້ງພັກຢູ່ຂັ້ນຮາກຖານສືບຕໍ່ໄດ້ຮັບການປັບປຸງ, ຫຼາຍໜ່ວຍພັກຢູ່ສໍານັກງານອົງການຮູ້ນໍາພາຮອບດ້ານຢູ່ພາຍໃນກົມກອງຂອງຕົນ, ປະສິດທິຜົນຂອງວຽກງານດີຂຶ້ນກວ່າເກົ່າ, ໜ່ວຍພັກບ້ານ ໄດ້ນໍາພາອົງການປົກຄອງພັດທະນາບ້ານ, ສ້າງກອງທຶນຂອງບ້ານ, ນໍາພາການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ.

ນອກນີ້, ໃນກອງປະຊຸມຍັງໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາສັ່ງຂອງຄະນະເລຂາສູນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.